ໃນບັນຍາກາດທີ່ເຄັ່ງຂຶມ ແລະຕື້ນຕັນໃຈ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມເຄົາລົບນັບຖື ແລະຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈີມິນ, ຜູ້ນໍາທີ່ມີຄວາມປີຊາສາມາດຂອງພັກ ແລະຊາດຫວຽດນາມ, ວິລະຊົນປົດປ່ອຍຊາດ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມບ່ອນຢູ່ ແລະບ່ອນເຮັດວຽກຂອງປະທານໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອໂອ້ລົມກັບພະນັກງານ, ພາລະກອນຢູ່ເຂດປູຊະນີຍະສະຖານປະທານໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າຄວນສືບຕໍ່ປະຕິບັດວຽກງານອະນຸລັກຮັກສາບັນດາປູຊະນີຍະສະຖານ, ເອກະສານ, ວັດຖຸພັນ ແລະສະພາບແວດລ້ອມ, ທັດສະນີຍະພາບ; ຍູ້ແຮງວຽກງານເກັບຮັກສາ, ແນະນໍາ, ຮັບໃຊ້ປະຊາຊົນ ແລະເພ່ືອນມິດສາກົນທີ່ມາຄົ້ນຄວ້າ, ຊອກຮູ້ ແລະຮໍ່າຮຽນກ່ຽວກັບຊີວິດ, ພາລະກິດ, ແນວຄິດ ແລະແບບຢ່າງຄຸນສົມບັດປະທານໂຮ່ຈີມິນ.

ໂດຍ: ທູຈາງ