ລັດຖະບານບັນດາປະເທດຄວນຍູ້ແຮງການພັດທະນາເສດຖະກິດດີຈີຕອນ, ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນລະບົບບໍລິຫານເພື່ອຊ່ວຍເພີ່ມທະວີການເຊື່ອມຕໍ່ ແລະເຊື່ອມໂຍງເຂົ້າກັບພາກພື້ນອິນເດຍ-ອາຊຽນ-ທະວີບໂອເຊອານີ.

leftcenterrightdel
ທ່ານ ຟ້າມແຊັງເຈົາ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິນເດຍ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ກອງປະຊຸມສຸດຍອດດໍາເນີນທຸລະກິດ. ພາບ: ສະຖານທູດຫວຽດນາມ ປະຈໍາ ອິນເດຍ.

ນັ້ນແມ່ນເນື້ອໃນທີ່ທ່ານ ຟ້າມແຊັງເຈົາ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິນເດຍ ໄດ້ເນັ້ນໜັກໃນກອງປະຊຸມສຸດຍອດດໍາເນີນທຸລະກິດ ແລະງານຕະຫຼາດນັດວາງສະແດງທາງໄກອິນເດຍ-ອາຊຽນ-ທະວີບໂອເຊອານີ ເທື່ອທໍາອິດ (Indo - ASEAN - Oceanic Business Summit & Expo) ເຊິ່ງດໍາເນີນໃນວັນທີ 4 ສິງຫາ.

ແບ່ງປັນທີ່ກອງປະຊຸມ, ທ່ານ ຟ້າມແຊັງເຈົາ ໃຫ້ຮູ້ວ່າ ໃນໄລຍະຕົ້ນຂອງພະຍາດໂຄວິດ-19, ບັນດາປະເທດໄດ້ນໍາໃຊ້ບັນດາມາດຕະການປິດລ້ອມ, ເວັ້ນໄລຍະຫ່າງທາງສັງຄົມຢ່າງເຂັ້ມງວດພາໃຫ້ການໝູນວຽນການຄ້າຖືກຂາດສະບັ້ນ, ມີຜົນສະທ້ອນຢ່າງຮ້າຍແຮງ. ຕາມທ່ານ ຟ້າມແຊັງເຈົາ ແລ້ວ ເພື່ອເຮັດໄດ້ສິ່ງດັ່ງກ່າວ, ເມື່ອວິສາຫະກິດປະສົບກັບຄວາມຫຍຸ້ງຍາກ, ບັນດາອົງການບໍລິຫານຄວນຕັ້ງໜ້າໜູນຊ່ວຍແກ້ໄຂຂໍ້ຕິດຂັດ.

ສັນຍາ EVFTA ໄດ້ມີຜົນສັກສິດຢ່າງເປັນທາງການ ນັບແຕ່ວັນທີ 1 ສິງຫາ 2020 ແລ້ວ ແລະນີ້ແມ່ນກາລະໂອກາດໃຫຍ່ບໍ່ພຽງແຕ່ກັບຫວຽດນາມ ເທົ່ານັ້ນ ຫາກຍັງກັບອິນເດຍ-ອາຊຽນ-ທະວີບໂອເຊອານີ ອີກດ້ວຍ ເພື່ອເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ, ຊຸກຍູ້ການເຄື່ອນໄຫວລົງທຶນຢູ່ຫວຽດນາມ ແລະສິງກະໂປ, ເຊິ່ງເປັນສອງປະເທດທີ່ໄດ້ລົງນາມສັນຍາ FTA ກັບອີຢູ.

ໂດຍ: ເຈິ່ນຮວ່ຽນ