leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນນາມຕ໊ຽນ ຍື່ນສານຕາຕັ້ງຕໍ່ທ່ານ John Pombe Joseph Magufuli ປະທານາທິບໍດີຕັງຊານີ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານ John Pombe Joseph Magufuli ປະທານາທິບໍດີຕັງຊານີ  ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນນາມຕ໊ຽນ. ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ຫງວຽນນາມຕ໊ຽນ ສະແດງຄວາມປິຕິຊົມຊື່ນ ແລະຄວາມເປັນກຽດເມື່ອໄດ້ຮັບດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດຫວຽດນາມ ປະຈໍາຕັງຊານີ; ທ່ານສະແດງຄວາມປາດຖະໜາຢາກປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມທີ່ເປັນມູນເຊື້ອລະຫວ່າງສອງຝ່າຍໂດຍຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ.  ທ່ານເອກອັກຄະລັດຖະທູດ ຫງວຽນນາມຕ໊ຽນ ສະເໜີສອງຝ່າຍສືບຕໍ່ສະໜັບ ສະໜູນເຊິ່ງກັນ ແລະກັນ ແລະສົມທົບກັນຢ່າງແໜ້ນແຟ້ນກວ່າອີກທີ່ບັນດາເວທີປາໄສຫຼາຍຝ່າຍ; ລົງນາມເອກະສານຮ່ວມມືສອງຝ່າຍໂດຍໄວເພື່ອແນໃສ່ສ້າງຂອບນິຕິກໍາໃຫ້ແກ່ສາຍພົວພັນສອງຝ່າຍ.

leftcenterrightdel
ທ່ານ John Pombe Joseph Magufuli ປະທານາທິບໍດີຕັງຊານີ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນນາມຕ໊ຽນ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ John Pombe Joseph Magufuli ຢັ້ງຢືນວ່າ ຕັງຊານີ ຍາມໃດກໍ່ສະໜັບສະໜູນຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ບັນດາວິສາຫະກິດຫວຽດນາມຍູ້ແຮງການຮ່ວມມື, ລົງທຶນຢູ່ຕັງຊານີ, ເປັນຕົ້ນແມ່ນລົງທຶນກໍ່ສ້າງໂຮງງານປຸງແຕ່ງໝາກມ່ວງຫິມະພານ ແລະຜະລິດຜ້າໄໝ.

ໂດຍ: ກວຽດເຕິມ