leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງທາງຄວາມໄວສູງ ຈຸງເລືອງ-ມີທ້ວນ. ພາບ: TTXVN

ນີ້ແມ່ນຄັ້ງທີ 3 ນັບແຕ່ໂຄງການໄດ້ລົງມືກໍ່ສ້າງມາແຕ່ເດືອນມີນາປີ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງໄປສະຖານທີ່ກໍ່ສ້າງໂດຍກົງ, ຊີ້ນຳແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອຮັບປະກັນເປົ້າໝາຍການລຸລ່ວງເສັ້ນທາງໃຫ້ສຳເລັດໃນທ້າຍປີ 2020. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ນຳວ່າ:

ນີ້ແມ່ນເສັ້ນທາງທີ່ມີຄວາມໝາຍຕໍ່ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ກໍ່ຄືການພັດທະນາເສດຖະກິດສັງຄົມຂອງພາກພື້ນ. ຂ້າພະເຈົ້າຮຽກຮ້ອງໃຫ້ກະຊວງຄົມມະນາຄົມ ແລະຂົນສົ່ງ ຕ້ອງສືບຕໍ່ຜັນຂະຫຍາຍຂົວມີທ້ວນ ໃຫ້ໄວທີ່ສຸດ. ກະຊວງຄົມມະນາຄົມ ແລະຂົນສົ່ງ ຮັບຜິດຊອບການຜັນຂະຫຍາຍກໍ່ສ້າງນັບແຕ່ມີທ້ວນ ໄປຮອດເກິນເທີ. ສະນັ້ນ, ທົ່ວເສັ້ນທາງຕ້ອງໄດ້ຮັບການແກ້ໄຂໄວທີ່ສຸດໃນໄລຍະຈະມາເຖິງ. ພ້ອມທັງຄົ້ນຄ້ວາເສັ້ນທາງເຊື່ອງຕໍ່ລະຫວ່າງເກິນເທີ-ກ່າເມົາ, ເອົາເຂົ້າໃນແຜນການປີ 2021-2025 ເພື່ອສ້າງເສັ້ນທາງຈາກນະຄອນໂຮ່ຈີມິນ ໄປຫາຈຸງເລືອງ-ມີທ້ວນ-ເກິນເທີ-ກ່າເມົາ ໃຫ້ສຳເລັດ.

ແຫຼ່ງຄັດຈາກ: vovworld.vn