ກ່າວຄໍາເຫັນທີ່ການໂອ້ລົມທາງໂທລະສັບ, ທ່ານ Song Tao ຢັ້ງຢືນວ່າ ພັກ, ລັດຖະບານ ແລະປະຊາຊົນຈີນ ຖືເປັນສໍາຄັນທີ່ສຸດຕໍ່ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ ແລະຫວຽດນາມ; ທ່ານສະແດງຄວາມປາດຖະໜາຢາກພ້ອມກັບຝ່າຍຫວຽດນາມ ສືບຕໍ່ຊຸກຍູ້ການພົວພັນພົບປະແລກປ່ຽນ, ຮ່ວມມືຢ່າງແທ້ຈິງໃນທຸກຂົງເຂດ.

leftcenterrightdel
ທ່ານ ຮວ່າງບິ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ກ່າວຄໍາເຫັນທີ່ການໂອ້ລົມທາງໂທລະສັບ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບໂດຍຖືວ່າ, ຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19, ບາງການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມືຜ່ານຊ່ອງທາງພັກລະຫວ່າງສອງຝ່າຍຍັງບໍ່ທັນຜັນຂະຫຍາຍຖືກຕ້ອງຕາມແຜນການໄດ້; ເຖິງຢ່າງໃດກໍ່ຕາມ, ສອງຝ່າຍໄດ້ນໍາໃຊ້ບັນດາຮູບການແລກປ່ຽນທາງໄກລະຫວ່າງການນໍາທຸກຂັ້ນຂອງສອງພັກ, ສອງປະເທດ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃຫ້ເໝາະສົມກັບສະພາບການໃໝ່, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ໃນປີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.

ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍຢັ້ງຢືນວ່າຈະສືບຕໍ່ຮ່ວມມື, ພ້ອມກັບປະຊາຄົມສາກົນຮ່ວມແຮງຮ່ວມໃຈຍູ້ຖອຍພະຍາດໂຄວິດ-19, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ