ກອງປະຊຸມມີການເຊື່ອມຕໍ່ກັບ 40 ກວ່າສະຖານທີ່ ເຊິ່ງແມ່ນຕົວແທນຈາກບັນດາປະເທດ, ບັນດານະຄອນສະມາຊິກ, ກອງເລຂາອາຊຽນ ແລະບັນດາຄູ່ຮ່ວມມືຂອງເຄືອຂ່າຍ.

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຟ້າມຮົ່ງຮ່າ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ໃຫ້ຮູ້ວ່າ, ປັດຈຸບັນພະຍາດໂຄວິດ-19 ໄດ້ ແລະກໍາລັງສົ່ງຜົນກະທົບຫຍໍ້ທໍ້ ແລະມີຜົນຮ້າຍຕາມມາແບບບໍ່ເຄີຍມີມາກ່ອນຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດ, ໃນນັ້ນມີບັນດາປະເທດອາຊຽນ.

leftcenterrightdel
ທ່ານ ຟ້າມຮົ່ງຮ່າ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ແມ້ງ ຮຶງ.

ນີ້ທັງແມ່ນສິ່ງທ້າທາຍທົ່ວໂລກໃຫຍ່ທີ່ສຸດເມື່ອກ້າວເຂົ້າສູ່ສະຕະວັດທີ XXI, ທັງແມ່ນກາລະໂອກາດເພື່ອໃຫ້ພວກເຮົາຕ້ອງຮັບຮູ້, ຕີລາຄາ ແລະຍົກອອກທັດສະນະ, ວິທີສໍາຜັດ ແລະການກະທໍາດີທີ່ສຸດ ເພື່ອພັດທະນາແບບຍືນຍົງ ແລະເປັນເຈົ້າການຮັບມືຢ່າງມີປະສິດທິຜົນທີ່ສຸດຕໍ່ບັນດາໄພນາບຂູ່, ສິ່ງທ້າທາຍເປັນຕາຍສຳລັບບັນດາປະເທດ ແລະທົ່ວໂລກ.

ທ່ານລັດຖະມົນຕີ ຟ້າມຮົ່ງຮ່າ ເນັ້ນໜັກວ່າ “ກອງປະຊຸມປະຈໍາປີ ຄັ້ງທີ 3 ASCN 2020 ທີ່ດໍາເນີນທາງອອນລາຍໃນມື້ນີ້ແມ່ນພະຍານຫຼັກຖານທີ່ຈະແຈ້ງໃຫ້ແກ່ອາຊຽນ ສະໜິດຕິດພັນ ແລະເປັນເຈົ້າການຮັບມືຕໍ່ບັນດາສິ່ງທ້າທາຍ ແລະກາລະໂອກາດໃໝ່”. ທ່ານລັດຖະມົນຕີ ຟ້າມຮົ່ງຮ່າ ຢັ້ງຢືນວ່າ, ປີ 2020, ຫວຽດນາມ ໄດ້ກໍານົດຫົວຂໍ້ໃຫ້ແກ່ການເຄື່ອນໄຫວຂອງ ASCN ນັ້ນແມ່ນ “ນະຄອນອັດສະລິຍະ-ມຸ່ງໄປເຖິງປະຊາຄົມ, ມີສີສັນ ແລະພັດທະນາແບບຍືນຍົງເພື່ອ ອາຊຽນ ສະໜິດຕິດພັນ ແລະເປັນເຈົ້າການຮັບມື”...

leftcenterrightdel
ບັນຍາກາດທີ່ກອງປະຊຸມປະຈໍາປີ 2020 ເຄືອຂ່າຍນະຄອນອັດສະລິຍະ ອາຊຽນ ທີ່ຈັດຂຶ້ນທາງອອນລາຍ ໃນວັນທີ 17 ກໍລະກົດ 2020. ພາບ: ຖ໊າຍອານ.

ທີ່ກອງປະຊຸມຄັ້ງນີ້, ບັນດາສະມາຊິກ ASCN ໄດ້ສຸມໃສ່ປຶກສາຫາລືເພື່ອຮັບຮອງເອົາເອກະສານສໍາຄັນ 3 ສະບັບ, ລວມມີ: ຂອບກໍານົດ ASCN ຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກ; ເອກະສານວ່າດ້ວຍການພິຈາລະນາເປີດກວ້າງສະມາຊິກຂອງເຄືອຂ່າຍນະຄອນອັດສະລິຍະອາຊຽນ; ຂອບຕິດຕາມກວດກາ ແລະຕີລາຄາເຄືອຂ່າຍ ASCN. ບັນດາເອກະສານແມ່ນບາດກ້າວພັດທະນາ ໃໝ່, ສືບຕໍ່ປັບປຸງການເຄື່ນໄຫວຂອງເຄືອຂ່າຍ ກໍຄືສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການຮ່ວມມືກັບບັນດາຄູ່ຮ່ວມມື.

ກອງປະຊຸມ ກໍໄດ້ອັບເດດສະພາບການ ແລະແບ່ງປັນບົດຮຽນໃນການຮັບມືກັບພະຍາດໂຄວິດ-19 ຢູ່ບັນດານະຄອນສະມາຊິກ; ແລກປ່ຽນກັບບັນດາຄູ່ຮ່ວມມືນອກເຄືອຂ່າຍກ່ຽວກັບຄວາມສາມາດປະກອບບັນດາຂໍ້ລິເລີ່ມໃນກາລະໂອກາດຮ່ວມມືລວມເພື່ອຊຸກຍູ້ການຫັນນະຄອນອັດສະລິຍະ ໃຫ້ປະກົດຜົນເປັນຈິງ.

ໂດຍ: ໄຊຊະນະ