leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ໃນການປ່ອນບັດທີ່ຫາກໍ່ດໍາເນີນ, ລັດເຊຍ ແລະຈີນ ໄດ້ປະຕິເສດຄໍາຮຽກຮ້ອງແກ່ຍາວການເຄື່ອນໄຫວໜູນຊ່ວຍມະນຸດສະທໍາຢູ່ ດ່ານຊາຍແດນ 2 ແຫ່ງຂອງຊີຣີ. ເພື່ອໂຕ້ຕອບຄືນປະເທດສະມາຊິກຈໍານວນໜຶ່ງໃນສະພາຄວາມໝັ້ນຄົງໃນນັ້ນມີອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ ແລະແບນຊິກ ທີ່ໄດ້ປະຕິເສດຂໍ້ສະເໜີຂອງລັດເຊຍ ກ່ຽວກັບເລື່ອງຫຼຸດຜ່ອນຈໍານວນສະຖານທີ່ຮັບເຄື່ອງຊ່ວຍເຫຼືອຢູ່ 2 ດ່ານຊາຍແດນຈາກ 2 ແຫ່ງ ລົງເຫຼືອ 1 ແຫ່ງ.

ເລື່ອງບັນດາຝ່າຍບໍ່ໍຕໍ່ກໍານົດເວລາມະຕິສະບັບດັ່ງກ່າວໃນຄັ້ງນີ້ ກໍ່ໝາຍຄວາມວ່າການເຄື່ອນໄຫວໜູນຊ່ວຍມະນຸດສະທໍາໃຫ້ແກ່ ຊີີຣີ ຈະຕ້ອງໄດ້ຢຸດຕິຊົ່ວຄາວ.

ແຫຼ່ງຄັດຈາກ: vovworld.vn