ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ໃນປະຈຸບັນຄວາມຕ້ອງການນັກຊ່ຽວຊານ, ແຮງງານເຕັກນິກສູງ, ນັກລົງທຶນຕ່າງປະເທດມາຫວຽດນາມ ແມ່ນຫຼາຍທີ່ສຸດ. ສະນັ້ນ, ຖ້າຫາກບໍ່ມີວິທີການແກ້ໄຂເປັນຢ່າງດີ, ໄວວາຈະສົ່ງຜົນສະທ້ອນໃຫຍ່ທີ່ສຸດເຖິງຄວາມຄືບໜ້າໃນການປະຕິບັດກິດຈະການ, ໂຄງການ, ຈັດຕັ້ງການດໍາເນີນທຸລະກິດ, ຟື້ນຟູເສດຖະກິດ. ນີ້ແມ່ນບັນຫາມີຄວາມຈຳເປັນຕ້ອງການວາງອອກໃນໄລຍະນີ້.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີສອງ, ຄວາມຕ້ອງການກັບເມືອປະເທດຂອງຊາວຫວຽດນາມ ຢູ່ຕ່າງປະເທດ, ໂດຍສະເພາະແມ່ນຜູ້ມີອາຍູສູງ, ເດັກນ້ອຍ, ນັກຮຽນ, ຜູ້ອອກແຮງງານຖືກຕິດຂ້າງຢູ່ຕ່າງປະເທດ... ແມ່ນຫຼາຍ, ຍ້ອນເຮັດນັ້ນ, ຕ້ອງສ້າງເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ປະຊາຊົນກັບເມືອປະເທດດ້ວຍຂະໜາດໃຫຍ່ດ້ວຍຈິດໃຈປ້ອງກັນພະຍາດຢ່າງແໜ້ນແຟ້ນ, ເປີດເຜີຍ, ໂປງໃສ.

ທ່ານນາຍົກລັດຖະມົນຕີ ສະເໜີການນໍາລັດຖະບານ, ບັນດາກະຊວງ, ຂະແໜງການປຶກສາຫາລືມາດຕະການຕ່າງໆໃນສະພາບການປະຕິບັດສອງເປົ້າໝາຍຄວບຄູ່ແມ່ນ: ທັງປ້ອງກັນ, ຕ້ານພະຍາດ, ທັງເປີດປະຕູເທື່ອລະກ້າວກັບບັນດາເປົ້າໝາຍດັ່ງກ່າວເພື່ອພັດທະນາເສດຖະກິດ-ສັງຄົມຍ້ອນສອງຝ່າຍມີຄວາມຕ້ອງການຫຼາຍທີ່ສຸດ. ພ້ອມກັນນັ້ນ, ຕ້ອງໂຄສະນາຢ່າງເປີດເຜີຍ, ໂປ່ງໃສເພື່ອໃຫ້ປະຊາຊົນທຸກຄົນໄດ້ຮັບຮູ້ແຜນນະໂຍບາຍຂອງລັດຖະບານ, ຄະນະຊີ້ນໍາແຫ່ງຊາດປ້ອງກັນ, ຕ້ານພະຍາດ; ເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽງໃຈ. ຈາກນັ້ນ, ມີແຜນການສັງລວມເພື່ອແກ້ໄຂ, ທັນການກວ່າສໍາລັບຊາວຫວຽດນາມ ຢາກກັບເມືອປະເທດ, ຄົນຕ່າງປະເທດຢາກກັບຄືນເຮັດວຽກຢູ່ຫວຽດນາມ...

ໂດຍ: ເກື່ອງດັ້ງ