ຂໍຮຽນທ່ານ, ທ່ານຈົ່ງໃຫ້ຮູ້ບັນດາຜົນງານ ແລະຈຸດພົ້ນເດັ່ນທີ່ບັນລຸໄດ້ໃນ 25 ປີຜ່ານມານັບແຕ່ເມື່ອຫວຽດນາມ ແລະອາເມລິກາ ສ້າງຕັ້ງການພົວພັນທາງການທູດ?

25 ປີແມ່ນໄລຍະທາງບໍ່ດົນປານໃດ, ແຕ່ການພົວພັນຫວຽດນາມ-ອາເມລິກາ ບັນລຸໄດ້ບັນດາຜົນງານປະທັບໃຈທີ່ສຸດ. ຂ້າພະເຈົ້າຖືວ່າມີ 3 ຈຸດພົ້ນເດັ່ນ. ທີໜຶ່ງ, ດ້ວຍວິໄສທັດ ແລະຄວາມຕັດສິນໃຈດ້ານການເມືອງຂອງການນຳສອງປະເທດຮຸ່ນຕ່າງໆ, ສອງຝ່າຍໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຮົ້ວກີດຂວາງ, ປະອະດີດຕະການໄວ້, ມຸ່ງໄປເຖິງອະນາຄົດ, ກຳນົດການພົວພັນຄູ່ຮ່ວມມືຮອບດ້ານ, ບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບການເມືອງຂອງກັນ. ບັນດາຫຼັກການນີ້ໄດ້ ແລະພວມໄດ້ດຳເນີນໃນບັນດາຂົງເຂດຮ່ວມມືລະຫວ່າງສອງປະເທດ, ບົນພື້ນຖານນັ້ນ, ສອງຝ່າຍໄດ້ປະຕິບັດການຢ້ຽມຢາມຂັ້ນສູງເປັນຫຼາຍຄັ້ງ, ຮັບຮອງເອົາບັນດາຖະແຫຼງການຮ່ວມສຳຄັນ, ບັນດາຂໍ້ຕົກລົງຮ່ວມມື, ສ້າງຕັ້ງບັນດາກົນໄກ, ຂອບເຂດເຈລະຈາສອງຝ່າຍ ແລະຫຼາຍຝ່າຍ.

leftcenterrightdel
ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ. ພາບ: ສຳນັກຂ່າວສານຫວຽດນາມ.

ທີສອງ, ການຮ່ວມມືຫວຽດນາມ-ອາເມລິກາ ບັນລຸໄດ້ລະດັບເຊິ່ງບໍ່ມີໃຜສາມາດວາດພາບໄດ້ກ່ອນນ້ີ 25 ປີ, ນັບທັງຂອບເຂດ ແລະລະດັບການຮ່ວມມື. ບໍ່ພຽງແຕ່ການພົວພັນດ້ານການເມືອງ, ການພົວພັນຕ່າງປະເທດເທົ່ານັ້ນ ຫາກຍັງບັນດາຂົງເຂດອື່ນ, ຄື: ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ, ວິທະຍາສາດເຕັກໂນໂລຢີ; ນັບແຕ່ບັນດາຂົງເຂດສອງຝ່າຍ, ພາກພື້ນຈົນເຖິງການຮ່ວມມືໃນຂອບເຂດທົ່ວໂລກ... ລ້ວນແຕ່ໄດ້ຮັບຮູ້ບັນດາໝາກຜົນກະໂດດຂັ້ນ.

ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນກາຍເປັນຈຸດສຸມ ແລະເປັນກຳລັງໜູນສຳຄັນໃຫ້ແກ່ການພັດທະນາຂອງການພົວພັນສອງຝ່າຍໃນຕະຫຼອດ 25 ປີຜ່ານມາ. ວົງເງິນການຄ້າຂາຍສິນຄ້າສອງສົ້ນໄດ້ເພີ່ມຂຶ້ນທົບກວ່າ 170 ເທົ່າ, ແຕ່ 450 ລ້ານໂດລາສະຫະລັດ ໃນປີ 1995 ຂຶ້ນເຖິງ 77,6 ຕື້ໂດລາສະຫະລັດ ໃນປີ 2019. ປະຈຸບັນອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ແລະຫວຽດນາມ ກໍ່ແມ່ນຕະຫຼາດສົ່ງອອກມີລະດັບເພີ່ມຂຶ້ນສູງທີ່ສຸດຂອງອາເມລິກາ ໃນບັນດາຄູ່ຮ່ວມມືອາຊີຕາເວັນອອກສ່ຽງໃຕ້.

ເຖິງວ່າຖືກຜົນກະທົບຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການຄ້າສອງສົ້ນໃນ 6 ເດືອນຕົ້ນປີ 2020 ກໍ່ເພີ່ມຂຶ້ນເກືອບ 10% ເມື່ອທຽບໃສ່ປີ 2019. ບັນດາວິສາຫະກິດອາເມລິກາ ສືບຕໍ່ເອົາໃຈໃສ່, ເປີດກວ້າງການລົງທຶນຢູ່ຫວຽດນາມ, ໃນຂະນະທີ່ນັບມ້ືນັບມີຫຼາຍວິສາຫະກິດຂອງຫວຽດນາມ ໄປລົງທຶນຢູ່ອາເມລິກາ. ການພົວພັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີບັນດາບາດກ້າວພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ບໍ່ພຽງແຕ່ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເທົ່ານັ້ນ ຫາກຍັງເປີດກວ້າງໄປສູ່ການບຳລຸງສ້າງແພດທະຫານ, ການຮ່ວມມືກູ້ຊ່ວຍມະນຸດສະທຳ, ໜູນຊ່ວຍໄພພິບັດ, ຮັກສາສັນຕິພາບ.

ທີສາມ, ການພົວພັນຫວຽດນາມ-ອາເມລິກາ ບໍ່ພຽງແຕ່ມີຄວາມໝາຍສໍາລັບສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮັກສາສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະການເຄົາລົບລະບຽບກົດໝາຍຢູ່ມະຫາສະໝຸດອິນເດຍ-ອາຊີ-ປາຊີຟິກ ແລະໃນໂລກອີກດ້ວຍ. ສອງປະເທດໄດ້ ແລະພວມຕັ້ງໜ້າສົມທົບກັນແກ້ໄຂບັນດາບັນຫາສາກົນ ແລະພາກພື້ນ, ໃນນັ້ນມີບັນດາບັນຫາສຳຄັນ, ຄື: ທະເລຕາເວັນອອກ, ແມ່ນ້ຳຂອງ, ແຫຼມເກົາຫຼີ, ບັນດາເວທີປາໄສອາຊຽນ, ເວທີປາໄສຮ່ວມມືສາກົນອາຊີ-ປາຊີຟິກ (APEC), ສະຫະປະຊາຊາດ... ໃນປີນີ້, ຂົງເຂດຮ່ວມມືນີ້ນັບມື້ນັບໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງເມື່ອຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ ແລະແມ່ນປະເທດກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

ເພື່ອຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດລະຫວ່າງຫວຽດນາມ-ອາເມລິກາ ກວ່າອີກ, ທ່ານຈົ່ງໃຫ້ຮູ້ສອງປະເທດຕ້ອງສຸມໃສ່ເຂົ້າບັນດາບຸລິມະສິດໃດແດ່ໃນປະຈຸບັນ ກໍ່ຄືໃນອະນາຄົດ?

ຫວຽດນາມ ແລະອາເມລິກາ ພວມສືບຕໍ່ຊຸກຍູ້ການຮ່ວມມືໃນທັງໝົດ 9 ເສົາຄ້ຳຂອງການພົວພັນຄູ່ຮ່ວມມືຮອບດ້ານ. ປະຈຸບັນ, ເຖິງວ່າພະຍາດໂຄວິດ-19 ສົ່ງຜົນສະທ້ອນເຖິງການຜັນຂະຫຍາຍແຜນການຂອງສອງປະເທດໃນປີ 2020 ກໍ່ຕາມ, ແຕ່ສອງຝ່າຍກໍ່ຮັກສາທ່າຮ່ວມມື ແລະເປີດກວ້າງບາງຂົງເຂດໃໝ່ຕື່ມອີກເປັນຕົ້ນແມ່ນການປ້ອງກັນ ແລະຕ້ານໂລກລະບາດ, ສະໜອງວັດຖຸອຸປະກອນການແພດ... ຝ່າຍອາເມລິກາ ຕີລາຄາສູງລະບົບສາທາລະນະສຸກ ແລະວຽກງານປ້ອງກັນ ແລະຕ້ານໂລກລະບາດຂອງຫວຽດນາມ. ລັດຖະບານຫວຽດນາມ ພ້ອມກັບຫຼາຍທ້ອງຖິ່ນ, ວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນໄດ້ມອບເຄື່ອງປ້ອງກັນພະຍາດ, ບັນດາວັດຖຸອຸປະກອນການແພດໃຫ້ລັດຖະບານ, ປະຊາຊົນອາເມລິກາ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ.

ລັດຖະບານອາເມລິກາ ໄດ້ອຸປະຖຳໃຫ້ຫວຽດນາມ ຈຳນວນເງິນຫຼາຍກວ່າ 10 ລ້ານໂດລາສະຫະລັດ ເພື່ອຕ້ານໂລກລະບາດ ແລະຟື້ນຟູເສດຖະກິດ. ທ່ານ Donald Trump ປະທານາທິບໍດີອາເມລິກາ ກໍ່ຖະແຫຼງວ່າຈະມອບເຄື່ອງຊ່ວຍຫາຍໃຈໃຫ້ຫວຽດນາມ. ພິເສດ, ໃນຖານະຕຳແໜ່ງເປັນປະທານອາຊຽນ 2020, ຫວຽດນາມ ໄດ້ສົມທົບພ້ອມກັນຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືດ້ານການແພດລະຫວ່າງອາເມລິກາ ແລະອາຊຽນ, ໃນນັ້ນມີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ຍົກສູງຄວາມສາມາດປ້ອງກັນ ແລະຕ້ານພະຍາດໂຄວິດ-19.

ໜຶ່ງໃນບັນດາບຸລິມະສິດແຖວໜ້າປະຈຸບັນແມ່ນຮັບປະກັນທ່າອ່ຽງພັດທະນາຢ່າງຕັ້ງໜ້າຂອງການຮ່ວມມືເສດຖະກິດ-ການຄ້າ-ການລົງທຶນ, ໜູນຊ່ວຍຢ່າງຕັ້ງໜ້າໃຫ້ວິວັດການຟື້ນຟູເສດຖະກິດຂອງສອງປະເທດ. ການຫັນປ່ຽນລະບົບສະໜອງທົ່ວໂລກ ຍ້ອນຖືກຜົນກະທົບຈາກໂລກລະບາດພວມສ້າງກາລະໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີການພົວພັນຮ່ວມມືລົງທຶນຢ່າງແຮງກວ່າອີກ. ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ກໍຄືສ້າງບັນດາເງື່ອນໄຂໃຫ້ວິສາຫະກິດອາເມລິກາ, ເພື່ອໃຫ້ອາເມລິກາ ກາຍເປັນນັກລົງທຶນແຖວໜ້າຢູ່ຫວຽດນາມ ໃນໄລຍະຈະມາເຖິງໂດຍໄວ.

ໃນສະພາບການຄືປະຈຸບັນ, ທ່ານຈົ່ງໃຫ້ຮູ້ອັນໃດແມ່ນສິ່ງທ້າທາຍ ແລະອັນໃດແມ່ນຄວາມສະດວກເພື່ອໃຫ້ສອງປະເທດສາມາດຊຸກຍູ້ການພົວພັນອັນດີງາມຄືປະຈຸບັນກວ່າອີກ?

ຂ້າພະເຈົ້າ ຖືວ່າໃນການພົວພັນຫວຽດນາມ-ອາເມລິກາ, ດ້ານສະດວກໂດຍພື້ນຖານແລ້ວແມ່ນສະແດງອອກຢູ່ 3 ຈຸດ: ທີໜຶ່ງ, ພວກເຮົາມີຄວາມຕັດສິນໃຈດ້ານການເມືອງ ແລະມີການສະໜັບສະໜູນຢ່າງແຮງຂອງທັງສອງຝ່າຍຕໍ່ກັບການເຮັດໃຫ້ການຮ່ວມມືຫວຽດນາມ-ອາເມລິກາ ເລິກເຊິ່ງກວ່າອີກ. ທີສອງ, ມີຫຼາຍຂົງເຂດເພື່ອຊຸກຍູ້ການພົວພັນໃນໄລຍະຈະມາເຖິງ, ຄື: ການລົງທຶນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ວິທະຍາສາດ-ເຕັກໂນໂລຢີ, ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ສົມທົບກັນແກ້ໄຂບັນດາບັນຫາສາກົນ ແລະພາກພື້ນ... ທີສາມ, ວິວັດການກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈພາຍຫຼັງ 25 ປີບັນລຸໄດ້ບາດກ້າວເດີນໃຫຍ່, ສ້າງພື້ນຖານໃຫ້ສອງຝ່າຍພິຈາລະນາ, ຊຸກຍູ້ບັນດາແນວຄວາມຄິດຮ່ວມມືໃໝ່ໃນໄລຍະຈະມາເຖິງ, ນັບທັງໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ.

ພ້ອມທັງ, ສອງຝ່າຍຕ້ອງສືບຕໍ່ສົມທົບກັນແກ້ໄຂບັນດາສິ່ງທ້າທາຍຈາກການຜັນແປຢ່າງສັບສົນຂອງສະພາບການຢູ່ພາກພື້ນ ແລະໂລກ, ໃນນັ້ນມີການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ເຄົາລົບກົດໝາຍສາກົນ, ແກ້ໄຂບັນດາການແກ່ງແຍ້ງກັນຢູ່ທະເລຕາເວັນອອກ ແລະພາກພື້ນອາຊີ-ປາຊີຟິກ ເວົ້າລວມໂດຍສັນຕິວິທີ; ຮັບມືກັບພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ຟື້ນຟູພັດທະນາເສດຖະກິດ ແລະການແລກປ່ຽນຄ້າຂາຍລະຫວ່າງສອງປະເທດ; ແກ້ໄຂບາງບັນຫາຍັງຄົງຄ້າງໃນການພົວພັນສອງປະເທດ.

ຂ້າພະເຈົ້າ ມີຄວາມປະເອີບໃຈ ແລະເຊື່ອໝັ້ນວ່າສອງປະເທດຈະເສີມຂະຫຍາຍຜົນສຳເລັດຂອງ 25 ປີຜ່ານມາ, ຜ່ານຜ່າບັນດາສິ່ງທ້າທາຍ, ນຳການພົວພັນຫວຽດນາມ-ອາເມລິກາ ຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ຂໍຂອບໃຈ

ໂດຍ: ແສງເດືອນ