ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມີງ ໄດ້ແບ່ງປັນບົດຮຽນຂອງຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ພ້ອມທັງຢັ້ງຢືນລັກສະນະຖືກຕ້ອງ, ທັນການ, ມີປະສິດທິຜົນຂອງບັນດານະໂຍບາຍຮອບດ້ານເຊິ່ງລັດຖະບານຫວຽດນາມ ໄດ້ປະກາດໃຊ້. ຫວຽດນາມ ພວມສືບຕໍ່ນໍາໃຊ້ບັນດາມາດຕະການເພື່ອຄວບຄຸມ ແລະສະກັດກັ້ນພະຍາດໂຄວິດ-19, ພ້ອມທັງເປີດປະຕູພື້ນຖານເສດຖະກິດຄືນໃໝ່ເທື່ອລະກ້າວ.

leftcenterrightdel
ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13. ພາບ: ຫາຍມິງ.

ກ່ຽວກັບທິດທາງການຮ່ວມມື, ທ່ານ ຟ້າມບິ່ງມີງ ຢັ້ງຢືນວ່າ ການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ສາມາດໜູນຊ່ວຍວິວັດການຟື້ນຟູເສດຖະກິດຂອງບັນດາປະເທດສະມາຊິກຢ່າງມີປະສິດທິຜົນດ້ວຍການໃຫ້ບຸລິມະສິດບັນດາຂົງເຂດຊ່ວຍຟື້ນຟູລະບົບສະໜອງໃນພາກພື້ນ, ກະຕຸກການບໍລິໂພກ ແລະເພີ່ມທະວີກຳລັງຄວາມສາມາດຂອງລະບົບສາທາລະນະສຸກ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກອອກ 3 ກຸ່ມມາດຕະການລະອຽດ, ລວມມີ: (1) ເພີ່ມທະວີລັກສະນະໜູນຊ່ວຍ ແລະຍົກສູງກໍາລັງແຮງສັງລວມຂອງບັນດາພື້ນຖານເສດຖະກິດ, ພິເສດແມ່ນຊຸກຍູ້ການລົງທຶນຂອງວິສາຫະກິດເຂົ້າບັນດາໂຄງການພື້ນຖານໂຄງລ່າງ; ໜູນຊ່ວຍວິວັດການຫັນເປັນອຸດສາຫະກໍາຢູ່ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ; ສ້າງເງື່ອນໄຂສະດວກດ້ານການຄ້າ ແລະການລົງທຶນ; ສ້າງເງື່ອນໄຂເພື່ອໃຫ້ສິນຄ້າຄຸນນະພາບສູງຂອງບັນດາປະເທດແມ່ນໍ້າຂອງໄດ້ສໍາຜັດກັບຕະຫຼາດຍີ່ປຸ່ນ; (2) ຟື້ນຟູເສດຖະກິດໄປຄຽງຄູ່ກັບການປົກປ້ອງສຸຂະພາບຂອງປະຊາຊົນ, ຜ່ານການເພີ່ມທະວີແຫຼ່ງຊັບພະຍາກອນມະນຸດໃຫ້ບັນດາຮາກຖານສາທາລະນະສຸກ, ຍົກສູງກຳລັງຄວາມສາມາດໃນການເຝົ້າລະວັງ, ຕິດຕາມພະຍາດ, ຜະລິດວັກຊິນ, ສ້າງຫ້ອງທົດລອງໃຫ້ບັນດາປະເທດແມ່ນໍ້າຂອງ; (3) ປະຕິບັດຢ່າງຮີບດ່ວນ “ຂໍ້ລິເລີ່ມແມ່ນໍ້າຂອງ-ຍີ່ປຸ່ນ ກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ມຸ່ງໄປເຖິງ 2030”, ພິເສດໃນສະພາບທີ່ອ່າງແມ່ນ້ຳຂອງພວມຖືກຜົນສະທ້ອນຈາກໄພແຫ້ງແລ້ງຢ່າງໜັກໜ່ວງ ແລະນໍ້າ​ທະ​ເລ​ຊຶມຢ່າງຮ້າຍແຮງ.

ຕາງໜ້າໃຫ້ລັດຖະບານຫວຽດນາມ, ທ່ານ ຟ້າມບິ່ງມີງ ໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິິ່ງກັບປະຊາຊົນຍີ່ປຸ່ນ ຕໍ່ການສູນເສຍກ່ຽວກັບຊີວິດອິນຊີ ແລະຊັບສິນຈາກໄພນໍ້າຖ້ວມຜ່ານມາ, ພ້ອມທັງຂອບໃຈຕໍ່ບັນດາການຊ່ວຍເຫຼືອອັນລໍ້າຄ່າເຊິ່ງຍີ່ປຸ່ນ ສະຫງວນໃຫ້ຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ດັ້ງເກື່ອງ