ລາຍງານຕໍ່ສະພາຄວາມໝັ້ນຄົງ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ສະແດງຄວາມວິຕົກກັງວົນຕໍ່ສະພາບການປະທະກັນປີນຂັ້ນໄດດ້ວຍການແຊກແຊງຈາກພາຍນອກຢູ່ລະດັບທີ່ບໍ່ເຄີຍມີມາກ່ອນຢູ່ລີບີ ນັບແຕ່ກ່ອນມາຮອດປະຈຸບັນ.

ທ່ານ Antonio Guterres  ໄດ້ຢ້ຳຄືນບັນດາຄຳໝັ້ນສັນຍາຂອງບັນດາປະເທດທີ່ກອງປະຊຸມ Berlin ກ່ຽວກັບ ລີບີ ໃນການຊຸກຍູ້ແກ້ໄຂສັນຕິພາບໃຫ້ແກ່ການປະທະກັນຢູ່ລີບີ; ທ່ານຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ລີບີ ຢຸດຕິການປະທະກັນ, ກັບຄືນສູ່ການເຈລະຈາ ແລະຮັບປະກັນການໄດ້ສຳຜັດກັບມະນຸດສະທຳຢ່າງຄົບຖ້ວນໃນສະພາບການພະຍາດໂຄວິດ-19.

leftcenterrightdel
ສະພາຄວາມໝັ້ນຄົງ ສປຊ ປະຊຸມທາງໄກກ່ຽວກັບສະພາບການລີບີ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນບົດກ່າວຄຳເຫັນ, ບັນດາປະເທດ ແລະອົງການຈັດຕັ້ງໃນພາກພື້ນໄດ້ຮຽກຮ້ອງຟື້ນຟູການເຈລະຈາສັນຕິພາບດ້ວຍການໜູນຊ່ວຍຂອງຄະນະປະຕິບັດງານໜູນຊ່ວຍ ສປຊ ປະຈຳ ລີບີ; ເນັ້ນໜັກເຖິງຄວາມສຳຄັນຂອງການຢຸດຕິການແຊກແຊງຈາກພາຍນອກ ແລະຄົບລົບຄຳສັ່ງຂວ້ຳບາດດ້ານອາວຸດຂອງສະພາຄວາມໝັ້ນຄົງຢ່າງຄົບຖ້ວນ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຄືນໃໝ່ກ່ຽວກັບຄວາມສຳຄັນຂອງການຊຸກຍູ້ຄຳໝັ້ນສັນຍາຂອງກອງປະຊຸມ Berlin ກ່ຽວກັບ ລີບີ ເຊິ່ງສະພາຄວາມໝັ້ນຄົງ ໄດ້ສະໜັບສະໜູນໃຫ້ຮັບຮອງເອົາມະຕິເລກທີ 2510.

ທ່ານ ດັ້ງດິ່ງກຸ໊ຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ລີບີ ຢຸດຕິການປະທະກັນໃນທັນທີ ແລະກັບຄືນສູ່ການເຈລະຈາສັນຕິພາບໃນ 3 ຊ່ອງທາງການເມືອງ-ການທະຫານ-ເສດຖະກິດ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ຮັບຮູ້ຄວາມມານະພະຍາຍາມຂອງ ສປຊ, ຄະນະປະຕິບັດງານໜູນຊ່ວຍ ສປຊ ປະຈຳ ລີບີ, ບັນດາປະເທດບ້ານໃກ້ເຮືອນຄຽງຂອງລີບີ ແລະບັນດາອົງການຈັດຕັ້ງພາກພ້ືນໃນການຊຸກຍູ້ສັນຕິພາບຢູ່ລີບີ; ທ່ານກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບຄຳສັ່ງຂວ້ຳບາດດ້ານອາວຸດຂອງສະພາຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງລີບີ.

ທ່ານ ດັ້ງດິ່ງກຸ໊ຍ ກໍ່ຢັ້ງຢືນຄືນໃໝ່ການສະໜັບສະໜູນຕໍ່ກັບການເຄື່ອນໄຫວຂອງຄະນະປະຕິບັດງານໜູນຊ່ວຍ ສປຊ ປະຈຳ ລີບີ ແລະແບ່ງປັນຄວາມຈຳເປັນຂອງການແຕ່ງຕັ້ງຜູ້ຕາງໜ້າພິເສດຄົນໃໝ່ຂອງທ່ານເລຂາທິການໃຫຍ່ກ່ຽວກັບລີບີ.

ໂດຍ: ແສງເດືອນ