ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງການພັດທະນາອັນດີງາມຂອງການພົວພັນສອງຝ່າຍໃນຫຼາຍຂົງເຂດ, ໂດຍສະເພາະແມ່ນພາຍຫຼັງທີ່ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານປີ 2017 ແລະກ້າວເຂົ້າສູ່ການຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟີກ (CPTPP); ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຂັ້ນຕ່າງໆດ້ວຍຫຼາຍຮູບການຢ່າງມີໄຫວພິບ. ທ່ານ ບຸ່ຍແທັງເຊີນ ແລະທ່ານນາງ Marta Morgan ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ການສຶກສາ-ບຳລຸງກໍ່ສ້າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາພະລັງງານສະອາດ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ແມ້ງຮຸ່ງ.

ໃນສະພາບພະຍາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງຂອງແຕ່ລະປະເທດ ໄດ້ກັບຄືນປະເທດຢ່າງປອດໄພ.

ກ່ຽວກັບການຮ່ວມມືສອງຝ່າຍ, ສອງຝ່າຍຢັ້ງຢືນວ່າຈະສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະສາກົນໃນປີຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021. ສອງຝ່າຍກໍ່ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ແມ່ນໍ້າຂອງ.

ໂດຍ: ເກື່ອງດັ້ງ