ທີ່ການຕ້ອນຮັບ, ທ່ານ ເຈິ່ນກວກເວື້ອງ ສະເໜີທ່ານ Yamada Takio ຕັ້ງໜ້າຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການລົງທຶນ, ການຄ້າ; ພ້ອມທັງຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນການຮັບມືກັບພະຍາດໂຄວິດ-19.

leftcenterrightdel
ທ່ານ ເຈິ່ນກວກເວື້ອງ, ຜູ້ປະຈໍາການຄະນະເລຂາທິການ ຕ້ອນຮັບທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Yamada Takio ເນັ້ນໜັກວ່າ, ຍີ່ປຸ່ນ ຖືຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ແຫ່ງການລົງທຶນສະດວກທີ່ສຸດໃນພາກພື້ນ, ມີຫຼາຍກຸ່ມບໍລິສັດຂອງຍີ່ປຸ່ນ ເອົາໃຈໃສ່ເຖິງຫວຽດນາມ ແລະຫວັງວ່າໃນໄລຍະຈະມາເຖິງຈະມີກະແສການລົງທຶນໂດຍກົງ (FDI) ຈາກຍີ່ປຸ່ນເຂົ້າຫວຽດນາມ. ທ່ານ Yamada Takio ຢັ້ງຢືນວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນລະຫວ່າງສອງປະເທດ.

ໂດຍ: ທູຈາງ