ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ຕີລາຄາສູງບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງໄດ້ຕັ້ງໜ້າ, ມີໄຫວພິບ, ມີຫົວຄິດປະດິດສ້າງໃນການຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະບັນລຸໄດ້ໝາກຜົນສໍາຄັນຕ່າງໆ. ໃນນັ້ນ, “ການພົວພັນຕ່າງປະເທດແບບທາງໄກ” ແລະ “ການທູດໃນສະພາບພະຍາດໂຄວິດ-19” ໄດ້ຮັບການຍູ້ແຮງ ແລະເສີມຂະຫຍາຍຢ່າງມີປະສິດທິຜົນ. ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໄດ້ປັບຕົວ ແລະດໍາລົງຕໍາແໜ່ງເປັນປະທານອາຊຽນ ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດສໍາເລັດຜົນ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນຊີ້ນໍາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບວຽກງານຈຸດສຸມໃນ 6 ເດືອນທ້າຍປີ, ທ່ານ ຟ້າມບິ່ງມິງ ສະເໜີກະຊວງການຕ່າງປະເທດ, ກະຊວງຕໍາຫຼວດ ແລະກະຊວງປ້ອງກັນປະເທດ ສົມທົບກັບບັນດາກະຊວງ, ຂະແໜງການ, ເພີ່ມທະວີວຽກງານຄົ້ນຄວ້າ, ຄາດຄະເນ, ເປັນເສນາທິການ; ຊຸກຍູ້ການພົວພັນສອງຝ່າຍ, ຫຼາຍຝ່າຍ, ສືບຕໍ່ຜັນຂະຫຍາຍ “ການພົວພັນຕ່າງປະເທດແບບທາງໄກ”, "ການທູດໃນສະພາບພະຍາດໂຄວິດ-19" ຢ່າງມີປະສິດທິຜົນ; ສືບຕໍ່ດໍາລົງຕໍາແໜ່ງເປັນປະທານອາຊຽນ, ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ; ໂຄສະນາກ່ຽວກັບຜົນງານຕ່າງໆຂອງຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຟື້ນຟູເສດຖະກິດ; ເດັດດ່ຽວ, ຢຶດໝັ້ນ, ຕໍ່ສູ້ກັບບັນດາການກະທໍາລະເມີດອະທິປະໄຕ, ມ້າງທໍາລາຍປະເທດເຮົາກ່ຽວກັບປະຊາທິປະໄຕ, ສິດທິມະນຸດ; ສາສະໜາ, ເພີ່ມທະວີວຽກງານສໍາລັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະປົກປ້ອງພົນລະເມືອງ.

ໂດຍ: ເກື່ອງດັ້ງ