ທ່ານ Ami Bera ຕີລາຄາສູງ ແລະອວຍພອນລັດຖະບານ, ປະຊາຊົນຫວຽດນາມ ຄວບຄຸມເຊື້ອພະຍາດໂຄວິດ-19 ເປັນຢ່າງດີ. ທ່ານ Ami Bera ໃຫ້ຮູ້ວ່າ ໜຶ່ງໃນບັນດາບູລິມະສິດຂອງອະນຸກໍາມະການອາຊີ-ປາຊີຟິກ ແລະຂອງທ່ານເອງແມ່ນຊຸກຍູ້ການຮ່ວມມືຮອບດ້ານກັບບັນດາປະເທດໃນພາກພື້ນ, ໃນນັ້ນມີຂົງເຂດເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັບຄວາມສະຫງົບ, ປອດໄພໃນການເດີນທະເລ, ບັນດາປະເທດໃນພາກພື້ນພ້ອມກັນເຄົາລົບນັບຖືກົດໝາຍສາກົນ, ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ລະບຽບກົດໝາຍ, ຄວາມເສລີໃນການເດີນທະເລ ແລະການບິນ.

leftcenterrightdel
ທ່ານ ຮ່າກິມງອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການໂອ້ລົມທາງໂທລະສັບ, ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະຊຸກຍູ້ການຮ່ວມມືແມ່ນໍ້າຂອງ-ອາເມລິກາ. ກ່ຽວຂ້ອງເຖິງທະເລຕາເວັນອອກ, ທ່ານ Ami Bera ໃຫ້ຮູ້ວ່າ ສະພາແຫ່ງຊາດອາເມລິກາ ແລະທ່ານຍາມໃດກໍ່ເອົາໃຈໃສ່ ແລະຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກ ຢ່າງໃກ້ຊິດ, ຄັດຄ້ານບັນດາການເຄື່ອນໄຫວລ່ວງລະເມີດອະທິປະໄຕ, ລະເມີດກົດໝາຍສາກົນ, ຄວາມເປັນລະບຽບຮຽບຮ້ອຍໂດຍສີງໃສ່ກົດໝາຍ ແລະກໍ່ຄວາມຂາດສະຖຽນລະພາບໃນພາກພື້ນ.

ເນື່ອງໃນໂອກາດນີ້, ທ່ານ ຮ່າກິມງອກ ແລະທ່ານ Ami Bera ກໍ່ໄດ້ແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລັດ California ໃນໄລຍະຈະມາເຖິງກວ່າອີກ, ໃນນັ້ນມີການຜັນຂະຫຍາຍອະນຸສັນຍາເພີ່ມທະວີການຮ່ວມມືໂດຍສະຖານທູດຫວຽດນາມ ແລະນະຄອນ Los Angeles ໄດ້ລົງນາມໃນເດືອນພຶດສະພາປີ 2019.

ໂດຍ: ຈາງຫງວຽນ