ທີ່ການຕອບສຳພາດ, ທ່ານ ຫງວຽນຊວນຟຸກ ໄດ້ຢັ້ງຢືນບັນດາຜົນສໍາເລັດຂອງຫວຽດນາມ ແມ່ນຍ້ອນຄວາມຮັບຮູ້ພະຍາດໂດຍໄວ, ມີມາດຕະການຢ່າງຖືກຕ້ອງ, ມີການຊີ້ນໍາຢ່າງຂ້ຽວຂາດ, ຖືປະຊາຊົນເປັນໃຈກາງ ແລະໄດ້ຮັບການສະໜັບສະໜູນ, ຮ່ວມແຮງຮ່ວມໃຈຈາກປະຊາຊົນ. ທ່ານ ຫງວຽນຊວນຟຸກ ກໍ່ເນັ້ນໜັກວ່າ ທັດສະນະຂອງພັກ, ລັດ ແລະລັດຖະບານຫວຽດນາມ ແມ່ນເປັນເຈົ້າການ, ບໍ່ປະໝາດ, “ຕ້ານພະຍາດຄືຕ້ານສັດຕູ”, ລະດົມກຳລັງແຮງ ແລະການເຂົ້າຮ່ວມຂອງທັງລະບົບການເມືອງ, ປະຊາຄົມສັງຄົມ, ຖືການປ້ອງກັນພະຍາດເປັນບຸລິມະສິດ, ສະກັດກັ້ນການແຜ່ລະບາດຈາກພາຍນອກ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ. ພາບ: vov.vn.

ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຕໍ່ໜ້າບັນດາຜົນກະທົບຫຍໍ້ທໍ້ຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ, ລັດຖະບານກໍ່ໄດ້ປະຕິບັດບັນດາມາດຕະການໜູນຊ່ວຍພື້ນຖານເສດຖະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ພິເສດແມ່ນເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ມີບ້ວງເງິນໜູນຊ່ວຍໃຫ້ຜູ້ອອກແຮງງານ, ຮັບປະກັນຊີວິດສັງຄົມ. ສະນັ້ນມາຮອດປະຈຸບັນ, ຫວຽດນາມ ຈຶ່ງສາມາດຄວບຄຸມພະຍາດໂຄວິດ-19 ໄດ້ໂດຍພື້ນຖານພ້ອມທັງຮັກສາເສດຖະກິດມະຫາພາກ, ຫັນປ່ຽນໄປສູ່ສະພາບ “ປົກກະຕິໃໝ່”, ຕັດສິນໃຈບັນລຸການເຕີບໂຕ GDP ໃຫ້ໄດ້ 4,5-5% ໃນປີ 2020.

ແບ່ງປັນກ່ຽວກັບບັນດາການຮ່ວມມືສາກົນຂອງຫວຽດນາມ ໃນພະຍາດໂຄວິດ-19, ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ໄດ້ມີບັນດາການເຄື່ອນໄຫວໜູນຊ່ວຍກັບບັນດາປະເທດ, ອົງການຈັດຕັ້ງສາກົນຢ່າງແທດຈິງ ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ຄື: ໜູນຊ່ວຍຜ້າອັດປາກ-ອັດດັງ, ອຸປະກອນການແພດ, ແບ່ງປັນຂໍ້ມູນຂ່າວສານ ແລະບົດຮຽນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ