ທີ່ການໂອ້ລົມທາງໂທລະສັບ, ທ່ານ ຟ້າມບິ່ງມິງ ໄດ້ແຈ້ງໃຫ້ຊາບບັນດາມາດຕະການທີ່ຫວຽດນາມ ພວມຜັນຂະຫຍາຍແນໃສ່ຄວບຄຸມພະຍາດ ແລະພັດທະນາເສດຖະກິດໄລຍະພາຍຫຼັງໂຄວິດ-19. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ, ແບ່ງປັນບົດຮຽນ, ສົມທົບກັນຍົກສູງກໍາລັງຄວາມສາມາດທາງດ້ານການແພດ, ຮັບມືກັບພະຍາດ ແລະໜູນຊ່ວຍກັນໃນວຽກງານປົກປ້ອງພົນລະເມືອງກັບໄອແລນ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Simon Coveney ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດໄອແລນ. ພາບ: baoquocte.vn.

ສ່ວນທ່ານ Simon Coveney ຕີລາຄາສູງຕໍ່ບັນດາມາດຕະການຢ່າງແຮງກໍ່ຄືຄວາມຕັ້ງໜ້າ, ຄວາມເປັນເຈົ້າການຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືໃນພາກພື້ນ ແລະສາກົນເພື່ອຍູ້ຖອຍພະຍາດໃນບົດບາດເປັນປະທານອາຊຽນ ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021. ທ່ານ Simon Coveney ສະເໜີໃຫ້ສອງປະເທດສືບຕໍ່ເພີ່ມທະວີການສົມທົບໃນການຮ່ວມມື ຫວຽດນາມ-ໄອແລນ, ອາຊຽນ-ອີຢູ ກໍ່ຄືຢູ່ບັນດາເວທີປາໄສສາກົນ, ເປັນຕົ້ນແມ່ນ ສປຊ ໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າ ຫວຽດນາມ ເປັນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍໃນນັ້ນມີໄອແລນ. ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງມິງ ໄດ້ຂອບໃຈ ໄອແລນ ທີ່ສະໜັບສະໜູນການລົງນາມ ແລະໃຫ້ສັດຕະຍາບັນບັນດາສັນຍາ EVFTA, EVIPA, ສະເໜີໃຫ້ສອງຝ່າຍສົມທົບກັນເສີມຂະຫຍາຍ ແລະນໍາໃຊ້ບັນດາກາລະໂອກາດໂດຍ EVFTA ແລະ EVIPA ນໍາມາໃຫ້, ໜູນຊ່ວຍພື້ນຖານເສດຖະກິດສອງປະເທດຜ່ານຜ່າບັນດາສິ່ງທ້າທາຍໃນປະຈຸບັນ.

ໂດຍ: ເຈິ່ນຮວ່ຽນ