leftcenterrightdel
ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ປະຊຸມທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປໃໝ່ໃນໄລຍະມໍ່ໆມານີ້ໃນການພົວພັນລະຫວ່າງລັດຖະບານສະຫະລັດໂຊມາລີ ແລະບັນດາລັດສະມາຊິກ, ພິເສດແມ່ນບັນດາການປະທະກັນທີ່ມີການປະກອບອາວຸດຢູ່ Jubbaland; ຮຽກຮ້ອງໃຫ້ບັນດາຝ່າຍມານະພະຍາຍາມເຈລະຈາ, ປະຕິບັດຕາມກົດໝາຍວ່າດ້ວຍການເລືອກຕັ້ງ, ຕັ້ງໜ້າກະກຽມ ແລະສ້າງເງື່ອນໄຂໃຫ້ປະຊາຊົນ ແລະບັນດາພັກການເມືອງເຂົ້າຮ່ວມໃນການເລືອກຕັ້ງ “ແຕ່ລະຄົນມີບັດເລືອກຕັ້ງໜຶ່ງບັດ”. ທ່ານ ດັ້ງດິ່ງກຸ໊ຍ ກ່າວປະນາມບັນດາການບຸກໂຈມຕີກໍ່ການຮ້າຍ, ຮຽກຮ້ອງໃຫ້ປະຊາຄົມສາກົນ ແລະບັນດາຝ່າຍທີ່ກ່ຽວຂ້ອງເພີ່ມທະວີບັນດາມາດຕະການຮ່ວມມືຕ້ານກຳລັງ Al-Shabaab ເພື່ອປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະເດັກນ້ອຍ; ຢັ້ງຢືນສະໜັບສະໜູນການເຄື່ອນໄຫວຂອງ AMISOM ແລະ UNSOM ກໍ່ຄືການເຄື່ອນໄຫວຂອງກຸ່ມປະຕິບັດງານຂອງສປຊ ປະຈຳ ໂຊມາລີ ເພື່ອແນໃສ່ໜູນຊ່ວຍ ໂຊມາລີ ຮັກສາສັນຕິພາບ, ສະຖຽນລະພາບ ແລະພັດທະນາ.

ໂດຍ: ເຈິ່ນຮວ່ຽນ