ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງກິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຢັ້ງຢືນວ່າ ຫວຽດນາມ ຄັດຄ້ານຢ່າງແຮງຕໍ່ບັນດາການກະທຳນາບຂູ່ ຫຼື ນໍາໃຊ້ກຳລັງອາວຸດຕ້ານຄືນຜຶນແຜ່ນດິນອັນຄົບຖ້ວນ, ເອກະລາດ, ອະທິປະໄຕ ແລະແຊກແຊງວຽກງານພາຍໃນຂອງປະເທດ, ລະເມີດບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະກົດບັດ ສປຊ.

leftcenterrightdel
ທ່ານ ດັ້ງກິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ດັ້ງກິ່ງກຸ໊ຍ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງລະງັບໃຈ, ບໍ່ນໍາໃຊ້ ຫຼື ນາບຂູ່ນໍາໃຊ້ກຳລັງອາວຸດ, ຫຼີກລ້ຽງບັນດາການກະທຳເຮັດໃຫ້ສະພາບເຄັ່ງຕຶງຂຶ້ນຕື່ມ, ກໍ່ຄວາມຂາດຄວາມສະຖຽນລະພາບຢູ່ປະເທດນີ້.

ທ່ານ ດັ້ງກິ່ງກຸ໊ຍ ກໍ່ສະໜັບສະໜູນຄວາມມານະພະຍາຍາມຂອງລັດຖະບານທີ່ຖືກຕ້ອງຕາມລັດຖະທຳມະນູນ  ແລະບັນດາຝ່າຍທີ່ກ່ຽວຂ້ອງຢູ່ເວເນຊູເອລາ ໃນການເຈລະຈາ, ຊອກຫາມາດຕະການຍາວນານໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ ແລະກົດບັດ ສປຊ.

ທ່ານ ດັ້ງກິ່ງກຸ໊ຍ ຢັ້ງຢືນວ່າ ບັນຫາຢູູ່ເວເນຊູເອລາ ໂດຍປະຊາຊົນເວເນຊູເອລາ ຕົກລົງບົນພື້ນຖານເຄົາລົບລັດຖະທໍາມະນູນເວເນຊູເອລາ ແລະຕອບສະໜອງຕາມຄວາມມຸ່ງມາດປາດຖະໜາອັນຊອບທໍາຂອງປະຊາຊົນ.

ໂດຍ: ທຸຈາງ