ທີ່ການຕ້ອນຮັບ, ທ່ານ ຟ້າມບິ່ງມິງ ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍປະສົບການຂອງຕົນ, ທ່ານ Ivo Sieber ຈະປະຕິບັດສໍາເລັດອາຍຸການປະຕິບັດໜ້າທີ່ການທູດຂອງຕົນ, ປະກອບສ່ວນນໍາການພົວພັນຫວຽດນາມ - ສະວິດ ໃຫ້ນັບມື້ນັບພັດທະນາ, ນໍາເອົາຜົນປະໂຫຍດອັນແທດຈິງມາໃຫ້ສອງຝ່າຍ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Ivo Sieber ເອກອັກຄະລັດຖະທູດ ສະວິດ ປະຈໍາຫວຽດນາມ. ພາບ: baochinhphu.vn

ທ່ານ ຟ້າມບິ່ງມິງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນດ້ານການຄ້າຫວຽດນາມ - ສະວິດ ມີບາດກ້າວພັດທະນາກະໂດດຂັ້ນໃນໄລຍະຜ່ານມາ, ບັນລຸ 2,28 ຕື້ໂດລາສະຫະລັດ ໃນປີ 2019, ເພີ່ມຂຶ້ນ 250% ເມື່ອທຽບໃສ່ປີ 2018. ທ່ານ ຟ້າມບິ່ງມິງ ຖືວ່າ ຄວາມສາມາດບົ່ມຊ້ອນຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່, ໂດຍສະເພາະແມ່ນໃນສະພາບການ ທີ່ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດໃນພາກພື້ນເຂົ້າຮ່ວມບັນດາສັນຍາການຄ້າສອງຝ່າຍ, ໃນນັ້ນມີສັນຍາ EVFTA ລະຫວ່າງຫວຽດນາມ ແລະ ອີຢູ ເຊິ່ງສະພາແຫ່ງຊາດຫວຽດນາມ ກໍາລັງປຶກສາຫາລືເພື່ອຮັບຮອງເອົາ.

ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງມິງ ໄດ້ສະແດງຄວາມຂອບໃຈຕໍ່ສະວິດ ທີ່ໄດ້ສະໜອງແຫຼ່ງທຶນ ODA ໃຫ້ແກ່ຫວຽດນາມ, ພ້ອມທັງຢັ້ງຢືນວ່າແຫຼ່ງທຶນ ODA ຂອງສະວິດ ຈະໄດ້ນໍາໃຊ້ຢ່າງມີປະສິດທິຜົນໃນບັນດາຂົງເຂດບຸລິມະສິດຂອງຫວຽດນາມ, ພິເສດແມ່ນໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ.

ສ່ວນທ່ານເອກອັກຄະລັດຖະທູດ Ivo Sieber ກໍ່ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງຫວຽດນາມ ໃນການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19; ຂອບໃຈລັດຖະບານຫວຽດນາມທີ່ໄດ້ໜູນຊ່ວຍ, ອໍານວຍຄວາມສະດວກເພື່ອໃຫ້ສະວິດ ປະຕິບັດວຽກງານປົກປ້ອງພົນລະເມືອງ ກໍຄືສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ບັນດານັກການທູດທີ່ກໍາລັງປະຕິບັດງານຢູ່ຫວຽດນາມ ໃນສະພາບພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນໃນທົ່ວໂລກ.

ທ່ານ Ivo Sieber ໃຫ້ຄໍາໝັ້ນສັນຍາວ່າ ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງບັນດາກິດຈະກໍາສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2021, ໃນນັ້ນມີການແລກປ່ຽນຄະນະຜູ້ແທນຂັ້ນສູງ... 

ໂດຍ: ກວຽດເຕິມ