ຕາງໜ້າປະທານສະພາແຫ່ງຊາດຫວຽດນາມ, ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາຊະອານາຈັກກໍາປູເຈຍ ໄດ້ມອບຂອງຂວັນດັ່ງກ່າວໃຫ້ສະພາແຫ່ງຊາດ ແລະສະພາສູງກໍາປູເຈຍ. ທ່ານເອກອັກຄະລັດຖະທູດ ຫວູກວາງມິງ ເນັ້ນໜັກວ່າ, ຂອງຂວັນດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນນໍ້າໃຈອັນຈິງໃຈຂອງສະພາແຫ່ງຊາດ ແລະປະຊາຊົນຫວຽດນາມທີ່ແບ່ງເບົາຄວາມຫຍຸ້ງຍາກກັບປະຊາຊົນ ກໍາປູເຈຍ ເພື່ອຮັບມືກັບບັນດາສິ່ງທ້າທາຍອັນໃຫຍ່ຫຼວງ ໂດຍພະຍາດໂຄວິດ-19 ກໍ່ຂຶ້ນ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫວູກວາງມິງ ມອບຂອງຂວັນໃຫ້ຜູ້ຕາງໜ້າສະພາແຫ່ງຊາດ ແລະສະພາສູງ ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານ Leng Peng Long ເລຂາທິການໃຫຍ່ສະພາແຫ່ງຊາດກໍາປູເຈຍ ຢັ້ງຢືນວ່າຈໍານວນຂອງຂວັນດັ່ງກ່າວຈະຊ່ວຍຕອບສະໜອງຄວາມຕ້ອງການຂອງສະພາແຫ່ງຊາດກໍາປູເຈຍ ໄດ້ສ່ວນໜຶ່ງກ່ຽວກັບອຸປະກອນການແພດປ້ອງກັນ, ສະກັດກັັ້ນພະຍາດໂຄວິດ-19, ກໍຄືປະກອບສ່ວນເຂົ້າໃນການຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ຢູ່ ກໍາປູເຈຍ. ທ່ານ Leng Peng Long ເນັ້ນໜັກວ່າເຫດການນີ້ກໍສ່ອງແສງໃຫ້ເຫັນການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມຂອງສອງປະເທດ, ປະກອບສ່ວນປັບປຸງການພົວພັນລະຫວ່າງ ກໍາປູເຈຍ ແລະຫວຽດນາມ ໃນທຸກໆຂົງເຂດກວ່ານີ້ອີກ.

ໂດຍ: ໄຊຊະນະ