ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ກ້າວເຂົ້າສູ່ປີ 2020, ໂລກລະບາດໂຄວິດ-19 ເກີດຂຶ້ນ ແລະແຜ່ລະບາດຢ່າງວ່ອງໄວສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງທຸກການເຄື່ອນໄຫວດ້ານເສດຖະກິດ-ສັງຄົມຂອງທົ່ວໂລກ ແລະຫວຽດນາມ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນັ້ນ, ພາຍໃຕ້ການນຳພາຂອງພັກ, ສະພາແຫ່ງຊາດ, ມາຮອດປະຈຸບັນ, ໃນເບື້ອງຕົ້ນ ຫວຽດນາມ ສາມາດຄວບຄຸມໄດ້ໂລກລະບາດ ແລະສະກັດກັ້ນການແຜ່ລະບາດໃນຊຸມຊົນ, ຮັບປະກັນຄວາມປອດໄພກ່ຽວກັບຊີວິດ ແລະສຸຂະພາບຂອງປະຊາຊົນ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມກັບບັນດາສະຫາຍການນຳພັກ, ລັດ ເຂົ້າຮ່ວມພິທີໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV. ພາບ: ສຳນັກຂ່າວສານຫວຽດນາມ.

ບັນດາມາດຕະການຮັບມືຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາປະເທດ ແລະອົງການຈັດຕັ້ງສາກົນ ແລະໄດ້ຮັບຮູ້ວ່າແມ່ນຈຸດພົ້ນເດັ່ນໃນວຽກງານປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19.

ທ່ານນາງ ຫງວຽນທິກິມເງິນ ກ່າວວ່າ “ສະພາແຫ່ງຊາດ ຮັບຮູ້ ແລະຕີລາຄາສູງຈິດໃຈບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ຍອມເສຍສະຫຼະຊີວິດຂອງຖັນແຖວພະນັກງານການແພດ, ນັກຮົບກອງທັບ, ຕຳຫຼວດປະຊາຊົນ ແລະບັນດາກຳລັງກ່ຽວຂ້ອງໃນດ່ານໜ້າປ້ອງກັນ, ຕ້ານໂລກລະບາດ; ການສະໜັບສະໜູນ, ການປະຕິບັດຕາມ, ການແບ່ງປັນຂອງປະຊາຊົນທຸກຊັ້ນວັນນະໃນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຈິດໃຈນັ້ນຈະໄດ້ສືບຕໍ່ແຜ່ຂະຫຍາຍ ແລະເສີມຂະຫຍາຍຢ່າງມີປະສິດທິຜົນເມື່ອສະພາແຫ່ງຊາດ ພິຈາລະນາ, ຕັດສິນບັນດາເນື້ອໃນໃນວາລະປະຊຸມຄັ້ງນີ້.”

ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ “ໂຄງການດຳເນີນງານຂອງກອງປະຊຸມຄັ້ງນີ້ລວມມີເນື້ອໃນຫຼາຍປະການ, ໃນນັ້ນສະພາແຫ່ງຊາດຈະພິຈາລະນາ, ຕົກລົງວຽກງານບຸກຄະລາກອນ ແລະບັນດາບັນຫາເສດຖະກິດ-ສັງຄົມສຳຄັນ. ໃນນັ້ນ, ສິ່ງທີ່ໜ້າສົນໃຈແມ່ນສະພາແຫ່ງຊາດ ຈະພິຈາລະນາ, ໃຫ້ສັດຕະຍາບັນສົນທິສັນຍາສາກົນ 3 ສະບັບ, ລວມມີ: ສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA), ສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA), ການເຂົ້າເປັນສະມາຊິກສົນທິສັນຍາເລກທີ 105 ຂອງອົງການແຮງງານສາກົນ (ILO) ກ່ຽວກັບການລົບລ້າງແຮງງານແບບບັງຄັບ.

“ນີ້ຈະແມ່ນຂີດໝາຍສຳຄັນໃນວິວັດທະນາການເຊື່ອມໂຍງດ້ານເສດຖະກິດສາກົນ, ແມ່ນປະຖົມປັດໃຈສຳຄັນສ້າງກາລະໂອກາດສົ່ງອອກທີ່ໃຫຍ່ຫຼວງໃຫ້ແກ່ຫວຽດນາມ, ຊ່ວຍຫັນຕະຫຼາດ, ສິນຄ້າສົ່ງອອກໃຫ້ມີຫຼາຍຮູບຫຼາຍແບບ; ສ້າງສະພາບແວດລ້ອມດ້ານກົດໝາຍ ແລະການລົງທຶນໃຫ້ມີຄວາມໂປ່ງໃສ, ກະຈ່າງແຈ້ງ, ຈາກນັ້ນດຶງດູດບັນດານັກລົງທຶນມາຈາກອີຢູ ແລະບັນດາປະເທດອື່ນໃຫ້ຫຼາຍກວ່າ; ຢືນຢັນຄວາມຕັດສິນໃຈຂອງຫວຽດນາມ ໃນຂະບວນວິວັດປະຕິບັດບັນດາຄຳໝັ້ນສັນຍາທີ່ກ່ຽວຂ້ອງເຖິງການອອກແຮງງານໃນບັນດາສັນຍາການຄ້າ; ປະຕິບັດພັນທະແມ່ນປະເທດສະມາຊິກ ILO ຂອງຫວຽດນາມ. ເລື່ອງໃຫ້ສັດຕະຍາບັນບັນດາສົນທິສັນຍາສາກົນດັ່ງກ່າວແມ່ນເໝາະສົມກັບແຜນນະໂຍບາຍຂອງພັກ, ລັດ ໃນຂະບວນວິວັດເຊື່ອມໂຍງສາກົນທາງດ້ານເສດຖະກິດ, ແຮງງານ ແລະສັງຄົມ”.

ໂດຍ: ແສງເດືອນ