leftcenterrightdel
ທ່ານນາງ ຫງວຽນທິເຝືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ທີ່ກອງປະຊຸມທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິເຝືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ເນັ້ນໜັກວ່າ ດ້ວຍແຜນນະໂຍບາຍ “ຕ້ານພະຍາດຄືຕ້ານສັດຕູ”, ຫວຽດນາມ ໄດ້ນຳໃຊ້ສຳເລັດຫຼາຍມາດຕະການຢ່າງຂ້ຽວຂາດ, ມີປະສິດທິຜົນ ແລະຄົບຊຸດ, ທັງຮັກສາຄວາມປອດໄພ ແລະຊີວິດຂອງປະຊາຊົນທັງຮັບປະກັນພັດທະນາເສດຖະກິດ ແລະສະຫວັດດີການສັງຄົມ. ດ້ວຍຄວາມເຊື່ອໝັ້ນຂອງປະຊາຊົນ ແລະມູນເຊື້ອສະມັກຄີ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນຂອງຊາດຫວຽດນາມ, ພະຍາດໄດ້ຮັບການຄວບຄຸມ, ບໍ່ມີຄົນເສຍຊີວິດຍ້ອນພະຍາດໂຄວິດ-19.

ທ່ານນາງ ຫງວຽນທິເຝືອງງາ ເນັ້ນໜັກວ່າ ຕ້ອງຮັກສາສະພາບສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນຍູ້ຖອຍພະຍາດ ແລະການຊຸດໂຊມດ້ານເສດຖະກິດ; ນໍ້າໃຈສາມັກຄີ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງບັນດາປະເທດແມ່ນລູກກະແຈສ້າງເປັນຜົນສໍາເລັດເພື່ອໃຫ້ບັນດາປະເທດຜ່ານຜ່າຄວາມຫຍຸ້ງຍາກນີ້; ຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການມິດຕະພາບໃນພາກພື້ນ, ສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືລະຫວ່າງບັນດາອົງການມິດຕະພາບປະຊາຊົນອາຊຽນ ກັບຈີນ.

ໂດຍ: ເກື່ອງດັ້ງ