ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວກຢູງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຜັນຂະຫຍາຍບັນດາການເຄື່ອນໄຫວຫຼັງກອງປະຊຸມສຸດຍອດສະໄໝພິເສດອາຊຽນ ແລະອາຊຽນ+3 (ກັບຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ກ່ຽວກັບການຮັບມືກັບພະຍາດໂຄວິດ-19; ໃສ່ໃຈບັນດາປະເທດອາຊຽນ ແລະຄະນະເລຂາອາຊຽນກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍບັນດາໝາກຜົນບຸລິມະສິດໃນປີອາຊຽນ 2020, ໃນນັ້ນມີບັນດາໝາກຜົນຄວນໄດ້ຮັບການປະຕິບັດໃຫ້ສໍາເລັດກ່ອນກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 53 ແລະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໂດຍໄວ.

leftcenterrightdel
ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນຫວຽດນາມ ທີ່ກອງປະຊຸມ. ພາບ: vov.vn.

ເມື່ອແລກປ່ຽນທີ່ກອງປະຊຸມ, ບັນດາປະເທດອາຊຽນລ້ວນແຕ່ຕີລາຄາສູງບົດບາດປະທານອາຊຽນ 2020 ຂອງຫວຽດນາມ ນັບແຕ່ຕົ້ນປີມາຮອດປັດຈຸບັນດ້ວຍຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ໂດຍສະເພາະແມ່ນໃນການຮັບມືກັບພະຍາດໂຄວິດ-19 ຢ່າງມີປະສິດທິຜົນ; ຢັ້ງຢືນການສະໜັບສະໜູນຕໍ່ເລື່ອງຊຸກຍູ້ການຜັນຂະຫຍາຍບັນດາໝາກຜົນຕົ້ນຕໍຂອງບັນດາກອງປະຊຸມສຸດຍອດສະໄໝພິເສດອາຊຽນ ແລະອາຊຽນ+3 ກ່ຽວກັບການຮັບມືກັບພະຍາດໂຄວິດ-19 ໂດຍຫວຽດນາມ ສະເໜີ.

ໂດຍ: ທູຈາງ