“ພວກຂ້າພະເຈົ້າ ມີຄວາມໂສກເສົ້າເປັນຢ່າງຍິ່ງທີ່ໄດ້ຮັບຂ່າວການເສຍຊີວິດຂອງສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ, ຜູ້ນໍາທີ່ດີເດັ່ນ, ລູກຜູ້ປະເສີດຂອງປະຊາຊົນ ລາວບັນດາເຜົ່າ, ເພື່ອນທີ່ສະໜິດສະໜົມຂອງປະຊາຊົນຫວຽດນາມ ໄດ້ເຖິງແກ່ມໍລະນະກໍາເມື່ອວັນທີ 12 ພຶດສະພາ 2020.

ໃນຕະຫຼອດຊີວິດການເຄື່ອນໄຫວປະຕິວັດ ແລະໃນການພົວພັນກັບຫວຽດນາມ, ສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ເປັນເພື່ອນຜູ້ຍິ່ງໃຫຍ່, ເປັນສະຫາຍທີ່ສະໜິດສະໜົມ, ໄດ້ມີບັນດາການປະກອບສ່ວນສຸດທີ່ສໍາຄັນເຂົ້າໃນການປັບປຸງ ແລະພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ເວົ້າລວມ, ສອງກອງທັບເວົ້າສະເພາະ.

ສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ຈາກໄປແມ່ນການສູນເສຍອັນໃຫຍ່ຫຼວງບໍ່ພຽງແຕ່ສໍາລັບປະຊາຊົນ ລາວ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງສໍາລັບປະຊາຊົນທຸກປະເທດເພື່ອນມິດທີ່ສະໜິດສະໜົມຂອງ ສປປ ລາວ ຢູ່ໃນໂລກ ນໍາດ້ວຍ.

ຕາງໜ້າການນໍາກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍນາຍ ແລະພົນທະຫານ, ນັກຮົບກອງທັບປະຊາຊົນຫວຽດນາມ ແລະໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງສະຫາຍລັດຖະມົນຕີ ແລະຜ່ານສະຫາຍລັດຖະມົນຕີ ຂໍແບ່ງເບົາຄວາມທຸກໂສກມາຍັງນາຍ ແລະພົນທະຫານ, ນັກຮົບກອງທັບປະຊາຊົນ ລາວ ຕໍ່ການສູນເສຍໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ປະຊາຊົນ ແລະກໍາລັງປະກອບອາວຸດ ລາວ ຈະຜ່ານຜ່າການສູນເສຍອັນໃຫຍ່ຫຼວງນີ້, ສືບຕໍ່ສ້າງສາປະເທດ ລາວ ໃຫ້ນັບມື້ນັບພັດທະນາວັດທະນາຖາວອນ ຄືດັ່ງຄວາມປາດຖະໜາຂອງສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ໃນຄາວຍັງມີຊີວິດຢູ່.

ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະຂໍແບ່ງເບົາຄວາມທຸກໂສກມາຍັງສະຫາຍລັດຖະມົນຕີ.

ໂດຍ: ໄຊຊະນະ