ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຕົກລົງເຫັນດີປະກາດພະຍາດໂຄວິດ-19 ໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ເຫັນດີກັບຄໍາສະເໜີຂອງຄະນະຊີ້ນໍາ ນັ້ນແມ່ນຮຽກຮ້ອງໃຫ້ບັນດາວິສາຫະກິດດໍາເນີນທຸລະກິດປະກັນໄພ ບໍ່ໄດ້ແນະນຳ ຫຼື ບໍ່ຜັນຂະຫຍາຍບ້ວງປະກັນໄພທີ່ກ່ຽວຂ້ອງເຖິງພະຍາດໂຄວິດ-19. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງຢຸດຕິການຂົນສົ່ງສາທາລະນະໂດຍພື້ນຖານ, ຈໍາກັດພາຫະນະສ່ວນຕົວໃນລະດັບສູງສຸດ.

ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ “ລະບົບການເມືອງທຸກຂັ້ນຂອງພວກເຮົາລ້ວນແຕ່ເປັນຈິດໜຶ່ງໃຈດຽວ, ຕັດສິນໃຈສະກັດກັ້ນພະຍາດໂຄວິດ-19 ຢ່າງມີປະສິດທິຜົນ”. ນີ້ແມ່ນຈຸດເວລາທີ່ມີລັກສະນະຕັດສິນຊີ້ຂາດເຖິງສະຖານະການຂອງການຕໍ່ສູ້ຕ້ານພະຍາດໂຄວິດ-19. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທົ່ວລະບົບການເມືອງ, ອໍານາດການປົກຄອງທຸກຂັ້ນ ແລະບັນດາອົງການທີ່ກ່ຽວຂ້ອງຕ້ອງສຸມໃສ່ເຂົ້າໃນການປ້ອງກັນ, ຕ້ານໂລກພະຍາດໃນລະດັບສູງສຸດ. ກ່ອນອື່ນໝົດແມ່ນ ຂະແໜງສາທາລະນະສຸກ ຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບນະຄອນຮ່າໂນ້ຍ ແລະຂະແໜງຕໍາຫຼວດ, ບັນດາອົງການອື່ນ, ຍາດເວລາ, ກວດກາ, ປິດລ້ອມເຂດທີ່ມີຄວາມສ່ຽງແຜ່ລະບາດເຊື້ອພະຍາດຢູ່ບໍລິສັດເຈື່ອງຊິງ, ໂຮງໝໍແບັກມາຍ. ທ່ານນາຍົົກລັດຖະມົນຕີ ເນັ້ນໜັກວ່າ: “ບົນຈິດໃຈວ່ອງໄວ, ເດັດດ່ຽວ, ສຸມທຸກກໍາລັງເພື່ອສະກັດກັ້ນບ່ອນທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19”. ຂະແໜງຕໍາຫຼວດສົມທົບກັບຂະແໜງສາທາລະນະສຸກເຮັດແຈ້ງຍາດຕິພີ່ນ້ອງ, ບັນດາການພົວພັນຂອງພາລະກອນບໍລິສັດ ເຈື່ອງຊິງ ເພື່ອຊອກຫາບຸກຄົນທີ່ກ່ຽວຂ້ອງທັງໝົດທ່ີມີຄວາມສ່ຽງຕິດພະຍາດໂຄວິດ-19.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ກວາງຮ໊ຽວ. 

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າການແຍກປ່ຽວໃນສັງຄົມແມ່ນສິ່ງທີ່ຈໍາເປັນເພື່ອສະກັດກັ້ນການແຜ່ລະບາດອອກສູ່ວົງຄະນະຍາດຢ່າງມີປະສິດທິຜົນ. ທ່ານ ຫງວຽນຊວນຟຸກ ກ່າວວ່າ “ພວກເຮົາຕ້ອງລະມັດລະວັງເຖິງວ່າພວກເຮົາໄດ້ມີຫຼາຍມາດຕະການຢ່າງແຮງແລ້ວກໍ່ຕາມ, ແຕ່ຢູ່ຕາມທ້ອງຖະໜົນ, ຫາດຊາຍທະເລ ແລະບາງສະຖານທີ່ຍັງເຕົ້າໂຮມຫຼາຍຄົນ, ບາງບ່ອນຍັງບໍ່ທັນປະຕິບັດຢ່າງເຂັ້ມງວດເທື່ອ”, ນີ້ແມ່ນຄວາມສ່ຽງພາໃຫ້ແຜ່ລະບາດພະຍາດສູງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ “ແຂວງໃດຢູ່ແຂວງນັ້ນ, ເມືອງໃດຢູ່ເມືອງນັ້ນ, ຕາແສງໃດຢູ່ຕາແສງນັ້ນ, ບ້ານໃດຢູ່ບ້ານນັ້ນ, ຄຸ້ມຖະໜົນໃດຢູ່ຄຸ້ມຖະໜົນນັ້ນ, ເຮືອນຜູ້ໃດຢູ່ເຮືອນຜູ້ນັ້ນ” ຢ່າງໜ້ອຍສຸດເປັນເວລາ 15 ມື້ເພື່ອຫຼີກເວັ້ນການແຜ່ລະບາດ.

ບັນດາອົງການສັບຊ້ອນພະນັກງານເຮັດວຽກຢູ່ເຮືອນຜ່ານທາງອິນເຕີແນັດ, ຍົກເວັ້ນແຕ່ກໍລະນີພິເສດຕ້ອງມາເຮັດວຽກຢູ່ຫ້ອງການ, ຄື: ການແກ້ໄຂເອກະສານປິດລັບ, ພາກສ່ວນກຽມພ້ອມສູ້ຮົບ, ປະຈຳການ, ພາກສ່ວນຜະລິດບໍລິການທີ່ຈໍາເປັນ, ຜະລິດເຄື່ອງມືທີ່ຈໍາເປັນໃຫ້ແກ່ພື້ນຖານເສດຖະກິດ... ຫົວໜ້າບັນດາອົງການຕ້ອງຮັບຜິດຊອບຖ້າຫາກປະໃຫ້ອົງການຂອງຕົນມີຜູ້ຕິດເຊື້ອເປັນຈໍານວນຫຼາຍຍ້ອນບໍ່ໄດ້ກໍາແໜ້ນບັນດາຂໍ້ກໍານົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19.

ຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດ ຊີ້ນໍາກ່ຽວກັບການແຍກບັນດາເຂດແຍກປ່ຽວເກົ່າ ແລະໃໝ່ເພື່ອຫຼີກເວັ້ນການແຜ່ລະບາດ. ສໍາລັບບັນດາໂຮງໝໍໃນທົ່ວລະບົບ, ກະຊວງສາທາລະນະສຸກ ຄວນມີຂໍ້ກໍານົດທີ່ສອດຄ່ອງເພື່ອຫຼີກເວັ້ນກໍລະນີຜູ້ຕິດພະຍາດໂຄວິດ-19 ຄົນໜຶ່ງໄປກວດພະຍາດແຕ່ສົ່ງຜົນສະທ້ອນເຖິງທົ່ວໂຮງໝໍ... 

ໂດຍ: ໄຊຊະນະ