ປະຊາຊົນໃນທົ່ວໂລກ ແລະປະຊາຊົນບັນດາປະເທດອາຊຽນຂອງພວກເຮົາພວມປະເຊີນໜ້າກັບຄວາມສ່ຽງທີ່ບໍ່ເຄີຍມີມາກ່ອນໃນຫຼາຍສີບປີຜ່ານມາ-ໂລກພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19. ໃນໄລຍະທີ່ຫຍຸ້ງຍາກນີ້, ດ້ວຍຖານະຕໍາແໜ່ງເປັນປະທານ AIPA ແລະປະທານສະພາແຫ່ງຊາດຫວຽດນາມ, ຂ້າພະເຈົ້າຂໍແບ່ງປັນຄວາມເສຍຫາຍຍ້ອນໂລກພະຍາດ ໂຄວິດ-19 ກໍ່ຂຶ້ນໃຫ້ແກ່ປະຊາຊົນບັນດາປະເທດອາຊຽນ ແລະມວນມະນຸດ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ, ປະທານ AIPA. ພາບ: ງອັກຖັ໋ງ.

ຍິ່ງກວ່າເວລາໃດນັ້ນ, ປະຊາຄົມອາຊຽນ ຄວນຍົກສູງຈິດໃຈສະມັກຄີ, ແບ່ງປັນ, ຊ່ວຍເຫຼືອ ແລະສະໜັບສະໜູນເຊິ່ງກັນ ແລະກັນຕໍ່ໂລກພະຍາດ ໂຄວິດ-19. ຂ້າພະເຈົ້າຕີລາຄາສູງຖະແຫຼງການ ແລະການກະທໍາຢ່າງທັນການຂອງການນໍາທຸກປະເທດໃນໂລກ, ຂອງ WHO. ວັນທີ 14 ກຸມພາ 2020, ພາຍຫຼັງທາບທາມຄວາມເຫັນກັບການນໍາບັນດາປະເທດອາຊຽນ, ໃນບົດບາດເປັນປະທານອາຊຽນ ປີ 2020, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ອອກຖະແຫຼງການຂອງປະທານກ່ຽວກັບການຮັບມືລວມຂອງອາຊຽນ ຕໍ່ກັບການແຜ່ລະບາດພະຍາດໂຄວິດ-19. ບັນດາການກະທໍາທີ່ທັນການ ແລະມີປະສິດທິຜົນຂອງລັດຖະບານບັນດາປະເທດອາຊຽນ, ການອຸທິດສ່ວນໂດຍບໍ່ຮູ້ອິດຮູ້ເມື່ອຍ, ການເສຍສະຫຼະຂອງທຸກກໍາລັງໃນສັງຄົມ, ພິເສດແມ່ນຖັນແຖວພະນັກງານ, ແພດໝໍທີ່ໄດ້ ແລະພວມປະກອບສ່ວນມານະພະຍາຍາມສະກັດກັ້ນ ແລະຍູ້ໂລກພະຍາດໃຫ້ຖອຍໄປຢູ່ບັນດາປະເທດໃນພາກພື້ນອາຊຽນຂອງພວກເຮົາ.

ລັດຖະສະພາສະມາຊິກ AIPA ທັງໝົດຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານບັນດາປະເທດອາຊຽນ ຮັບມືກັບໂລກພະຍາດດ້ວຍການຜັນຂະຫຍາຍບົດບາດຂອງຕົນຢ່າງແຮງ, ຜ່ານບັນດາມາດຕະການ ແລະນະໂຍບາຍໂດຍລັດຖະບານສະເໜີແນະ ແນໃສ່ຮັບມືກັບພະຍາດ; ສ້າງເງື່ອນໄຂອໍານວຍຄວາມສະດວກແບ່ງກຳລັງ ແລະເພີ່ມທະວີການເຊື່ອມຕໍ່ກັບປະຊາຊົນ. ໂດຍແມ່ນສະມາຊິກລັດຖະສະພາ, ພວກເຮົາຕ້ອງສືບຕໍ່ແຜ່ຂະຫຍາຍສານຄວາມສາມັກຄີ, ຮັກແພງກັນ, ລະດົມກໍາລັງໃຈໃຫ້ແກ່ປະຊາຊົນທຸກຄົນ, ໂດຍສະເພາະແມ່ນບັນດາກໍາລັງນໍາໜ້າໃນການຕ້ານພະຍາດ.

ດໍາລົງຕໍາແໜ່ງເປັນປະທານ AIPA ປີ 2020, ສະພາແຫ່ງຊາດຫວຽດນາມ ໄດ້ຕັ້ງໜ້າ, ກະກຽມຄວາມກຽມພ້ອມ ແລະພ້ອມແລ້ວທີ່ຈະຈັດຕັ້ງບັນດາກິດຈະກຳກອງປະຊຸມໃນຂອບເຂດປີປະທານ AIPA. ເຖິງຢ່າງໃດກໍ່ຕາມ, ເປັນໜ້າເສຍດາຍວ່າບັນດາກິດຈະກຳນີ້ຕ້ອງໂຈະໄວ້ເພື່ອສະຫງວນເວລາໃຫ້ແກ່ການເບິ່ງແຍງດຸແລຊີວິດອິນຊີ, ສຸຂະພາບຂອງປະຊາຊົນ, ຮັບປະກັນໃນການປ້ອງກັນ, ຕ້ານການແຜ່ລະບາດຂອງໂລກພະຍາດ. ຂ້າພະເຈົ້າປາດຖະໜາວ່າພວກເຮົາຈະຊອກເຫັນບັນດາມາດຕະການທີ່ສອດຄ່ອງເພື່ອຜັນຂະຫຍາຍບັນດາກິດຈະກຳນີ້ໃນໄລຍະຈະມາເຖິງ.

ເນື່ອງໃນໂອກາດນີ້, ດ້ວຍຄວາມຮັບຜິດຊອບເປັນປະທານ AIPA, ບົນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ຂ້າພະເຈົ້າຂໍສະເໜີບັນດາລັດຖະສະພາ AIPA ຮ່ວມແຮງຮ່ວມໃຈປົກປັກຮັກສາອາຊຽນ ໃນສະພາບໂລກພະຍາດ ໂຄວິດ-19. ນີ້ກໍ່ແມ່ນການສະແດງໃຫ້ເຫັນຄວາມຕັດສິນໃຈຍົກສູງຄວາມຮັບຮູ້ກ່ຽວກັບບົດບາດຂອງ AIPA ໃນການປ້ອງກັນ, ຕ້ານໂລກພະຍາດ, ຄວາມສ່ຽງທີ່ພວມດໍາເນີນ. ຂ້າພະເຈົ້າຢັ້ງຢືນວ່າສະພາແຫ່ງຊາດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ແລະພ້ອມກັບການສະໜັບສະໜູນ, ເປັນຈິດໜຶ່ງໃຈດຽວຂອງບັນດາລັດຖະສະພາສະມາຊິກ AIPA ເພື່ອເຮັດໃຫ້ປີປະທານສໍາເລັດຜົນ, ເພື່ອສະພາບແວດລ້ອມສັນຕິພາບ, ປອດໄພ, ມີຄວາມຜາສຸກໃຫ້ແກ່ປະຊາຊົນ ແລະການພັດທະນາແບບຍືນຍົງ, ວັດທະນາຖາວອນຂອງທຸກປະເທດອາຊຽນ ແລະໃນທົ່ວໂລກ.

ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍຄວາມຕັດສິນໃຈ ແລະຄວາມມານະພະຍາຍາມອັນໃຫຍ່ຫຼວງ, ຄວາມສາມັກຄີ ແລະການແບ່ງປັນຂອງການນໍາ ແລະປະຊາຊົນບັນດາປະເທດອາຊຽນ, ພວກເຮົາຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ນຳຄວາມສະຫງົບສຸກມາໃຫ້ແກ່ປະຊາຊົນທຸກຄົນ.

ຂໍສົ່ງພອນໄຊອັນປະເສີດມາຍັງບັນດາປະທານຈົ່ງມີພະລານາໄມສົມບຸນ ແລະປະສົບຜົນສໍາເລັດໃນໜ້າທີ່ການງານ.

ໂດຍ: ເກື່ອງດັ້ງ