ນັກຂ່າວ ໃນສະພາບພະຍາດ Covid-19 ນັບມື້ນັບແຜ່ລະບາດ, ທ່ານຈົ່ງໃຫ້ຮູ້ສະຖານທູດໄດ້ຜັນຂະຫຍາຍວຽກງານປົກປ້ອງພົນລະເມືອງຫວຽດນາມອາ ໄສຢູ່ອາເມລິກາ ຄືແນວໃດ?

ທ່ານເອກອັກຄະລັດຖະທູດ ຮ່າກິມຫງອັກ: ຍ້ອນໂລກພະຍາດຢູ່ອາເມລິກາ ຜັນແປໄປຢ່າງສັບສົນພ້ອມກັບບັນດາຂໍ້ກໍານົດໃໝ່ຂອງຫວຽດນາມ ແລະປະເທດຕ່າງໆກ່ຽວກັບການເຂົ້າ-ອອກເມືອງ, ການຂົນສົ່ງທາງອາກາດ, ມີພົນລະເມືອງຫວຽດນາມຫຼາຍຄົນເປັນຕົ້ນແມ່ນນັກສຶກສາໄດ້ຕິດຕໍ່ກັບສະຖານທູດເພື່ອຖາມຂໍ້ມູນ ແລະວິທີກັບເມືອຫວຽດນາມ.

leftcenterrightdel
ທ່ານ ຮ່າກິມຫງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ເພື່ອເຮັດໃຫ້ສະພາບການເປັນປົກກະຕິ, ສະຖານທູດ ໄດ້ສົມທົບກັບສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາ Houston, San Francisco ຜັນຂະຫຍາຍການຂົນຂວາຍນັກຮຽນ, ນັກສຶກສາຫວຽດນາມໃຫ້ມີຄວາມອຸ່ນອ່ຽນໃຈຢູ່ກັບປະເທດປະຈຳຖີ່ນ, ຫຼີກລ້ຽງຄວາມສ່ຽງຕິດພະຍາດເມື່ອຍົກຍ້າຍ ແລະຫຼີກເວັ້ນສະພາບມີຄົນກັບເມືອປະເທດຫຼາຍເກີນໄປ. ພ້ອມກັນນັ້ນ, ສະຖານທູດ ໄດ້ຜັນຂະຫຍາຍບາງມາດຕະການເພື່ອໜູນຊ່ວຍພົນລະເມືອງຫວຽດນາມ ອາໄສຢູ່ອາເມລິກາ.

ທີໜຶ່ງ, ສະຖານທູດ ໄດ້ຕິດຕັ້ງໂທລະສັບສາຍດ່ວນ 3 ເບີໂທ ແລະ 4 email  ກ່ຽວກັບການປົກປ້ອງພົນລະເມືອງ, ສະໜອງຂໍ້ມູນ ແລະໜູນຊ່ວຍກ່ຽວກັບເອກະສານ, ລະຽບການໃຫ້ແກ່ພົນລະເມືອງຫວຽດນາມ ໃນບໍລິເວນ.

ທີສອງ, ສະຖານທູດ ໄດ້ລົງຂ່າວກ່ຽວກັບ “ຊຸດເອກະສານຖາມ-ຕອບ ສະຫງວນໃຫ້ພົນລະເມືອງຫວຽດນາມ ອາໄສຢູ່ອາເມລິກາ ກ່ຽວກັບພະຍາດ Covid-19” ຢູ່ໃນເວັບໄຊຂອງສະຖານທູດ; ໃນນັ້ນອັບເດັດບັນດາຂໍ້ກໍານົດ, ນະໂຍບາຍໃໝ່ທີ່ກ່ຽວຂ້ອງເຖິງພະຍາດ Covid-19 ຂອງຫວຽດນາມ ແລະປະເທດປະຈໍາຖິ່ນ, ແນະນໍາບັນດາມາດຕະການສະກັດກັ້ນພະຍາດ Covid-19 ແລະພິເສດແມ່ນກ່າວເຕືອນຫຼີກເວັ້ນການໄປມາທາງອາກາດເພື່ອຫຼຸດຜ່ອນຄວາມສ່ຽງຕິດພະຍາດ.

ທີສາມ, ສະຖານທູດ ສົມທົບກັບສະມາຄົມຊາວໜຸ່ມນັກສຶກສາຫວຽດນາມ ຢູ່ອາເມລິກາ ໜູນຊ່ວຍນັກສຶກສາຈໍານວນໜຶ່ງຊອກຫາບ່ອນຢູ່ໃໝ່ເມື່ອປິດໂຮງຮຽນ.

ທີສີ່, ສະຖານທູດ ໄດ້ລົງຂ່າວກ່ຽວກັບ “ໃບແຈ້ງສະຫງວນໃຫ້ພົນລະເມືອງຫວຽດນາມ ຈົດທະບຽນຄວາມຕ້ອງການກັບເມືອປະເທດຕາມສາຍການບິນການຄ້າ” ໃນເວັບໄຊຂອງສະຖານທູດ,  ສັງລວມຂໍ້ມູນ ແລະລາຍງານເພື່ອໃຫ້ບັນດາອົງການພາຍໃນປະເທດພິຈາລະນາ, ແກ້ໄຂຕາມຄວາມສາມາດຈັດຖ້ຽວບິນ ກໍ່ຄືຮັບປະກັນດ້ານການແພດພາຍໃນປະເທດ.

ນັກຂ່າວ: ໃນຊຸມວັນຜ່ານມາ, ມີຂໍ້ມູນກ່ຽວກັບລູກເຮືອບາງຄົນໃນກໍາປັ່ນ Theodore Roosevelt ຂອງອາເມລິກາ ທີ່ຫາກໍ່ມາຢ້ຽມຢາມຫວຽດນາມ ຕິດເຊື້ອພະຍາດ SARS-CoV-2.  ຄໍາເຫັນຂອງທ່ານກ່ຽວກັບບັນຫານີ້ຄືແນວໃດ.

ທ່ານເອກອັກຄະລັດຖະທູດ ຮ່າກິມຫງອັກ: ກ່ຽວຂ້ອງເຖິງວຽກງານຕ້ອນຮັບກໍາປັ່ນ Theodore Roosevelt ມາຢ້ຽມຢາມນະຄອນດ່ານັ້ງ ໃນລະຫວ່າງວັນທີ 5-9 ມີນາ, ສະຖານທູດ ໄດ້ເປັນເຈົ້າການສົມທົບກັບອົງການກ່ຽວຂ້ອງຕ່າງໆພາຍໃນປະເທດ ແລະປະເທດປະຈໍາຖິ່ນຮັບປະກັນຈັດຕັ້ງການຢ້ຽມຢາມປະສົບຜົນສໍາເລັດ.

ກ່ອນທີ່ກໍາປັ່ນ Theodore Roosevelt ເຂົ້າມາຢ້ຽມຢາມຫວຽດນາມ, ສະຖານທູດ ໄດ້ແລກປ່ຽນ, ສະເໜີຕໍ່ບັນດາອົງການພາຍໃນປະເທດ ສົມທົບກັບຄູ່ຮ່ວມມືອາເມລິກາກ່ຽວກັບມາດຕະການສະກັດກັ້ນພະຍາດ Covid-19  ແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ລູກເຮືອ.

ກ່ຽວຂ້ອງເຖິງຂໍ້ມູນທີ່ວ່າ ລູກເຮືອຂອງກໍາປັ່ນ Theodore Roosevelt ຈຳນວນ 23 ຄົນ ໄດ້ຕິດພະຍາດພະຍາດ SARS-CoV-2, ພວກຂ້າພະເຈົ້າ ໄດ້ຮູ້ແລ້ວວ່າ, ກ່ອນ ແລະພາຍຫຼັງການຢ້ຽມຢາມຫວຽດນາມ, ກໍາປັ່ນ Theodore Roosevelt ຍັງຕ້ອນຮັບບັນດາຖ້ຽວບິນຢ້ຽມຢາມສົມທົບຂອງກອງທັບອາເມລິກາ ທີ່ມາຈາກຫຼາຍສະຖານທີ່. ປັດຈຸບັນ, ຝ່າຍອາເມລິກາ ສືບຕໍ່ຊອກຮູ້ ແລະຍັງບໍ່ທັນມີຂໍ້ສະຫຼຸບທາງການກ່ຽວກັບສາຍເຫດ ແລະແຫຼ່ງຕິດເຊື້ອສໍາລັບບັນດາລູກເຮືອຂອງກໍາປັ່ນ Theodore Roosevelt. ໃນການຕອບຄໍາຖາມຕໍ່ສື່ມວນຊົນຕົ້ນສັບປະດານີ້, ທ່ານພົນເອກ Mike Gilday ໃຫ້ຮູ້ວ່າ, ກໍາປັ່ນ Theodore Roosevelt ໄດ້ມາຢ້ຽມຢາມຫວຽດນາມ ແຕ່ບັນດາສະຖານທີ່ຢ້ຽມຢາມຂອງກໍາປັ່ນແມ່ນຫ່າງໄກຈາກເຂດເກີດພະຍາດ, ສ່ວນທ່ານ Thomas Modly ຜູ້ຮັກສາການລັດຖະມົນຕີທະຫານເຮືອອາເມລິກາ  ຖືວ່າ ບັນດາລູກເຮືອອາດສາມາດຕິດເຊື້ອພະຍາດຈາກແຫຼ່ງອື່ນ, ເພາະວ່າບັນດາສະມາຊິກຂອງຄະນະ ໄດ້ມີຖ້ຽວບິນຢ້ຽມຢາມກໍາປັ່ນໃນມໍ່ໆມານີ້. ສະຖານທູດຫວຽດນາມ ປະຈໍາ ອາເມລິກາ ຈະສືບຕໍ່ສົມທົບກັບອົງການກ່ຽວຂ້ອງຂອງຫວຽດນາມ ແລະອາເມລິກາ ຕິດຕາມອັບເດັດສະພາບການ ແລະຮ່ວມມືແກ້ໄຂ.

ນັກຂ່າວ: ຫວຽດນາມ  ທັງມານະພະຍາຍາມປ້ອງກັນ, ຕ້ານພະຍາດ Covid-19 ຢູ່ພາຍໃນປະເທດ ທັງເພີ່ມທະວີການຮ່ວມມືກັບສາກົນ, ໃນນັ້ນມີອາເມລິກາ, ພ້ອມກັນຮັບມືກັບພະຍາດ Covid-19. ທ່ານຈົ່ງແບ່ງປັນບາງຂໍ້ມູນກ່ຽວກັບການຮ່ວມມືນີ້ກັບອາເມລິກາ?

ທ່ານເອກອັກຄະລັດຖະທູດ ຮ່າກິມຫງອັກ: ບັນດານັກຊ່ຽວຊານການແພດສອງປະເທດ ໄດ້ແບ່ງປັນກ່ຽວກັບສະພາບການ ແລະມາດຕະການສະກັດກັ້ນ ແລະຄວບຄຸມພະຍາດ Covid-19 ເປັນປະຈໍາ, ສອງຝ່າຍກໍ່ພ້ອມແລ້ວທີ່ຈະແບ່ງປັນບັນດາຜົນງານແຫ່ງການຄົ້ນຄວ້າທີ່ກ່ຽວຂ້ອງ, ໜູນຊ່ວຍເຊິ່ງກັນ ແລະກັນ ເພີ່ມທະວີກໍາລັງຄວາມສາມາດດ້ານການແພດເພືື່ອປ້ອງກັນ, ຕ້ານ ແລະສະກັດກັ້ນບໍ່ໃຫ້ພະຍາດ Covid-19 ແຜ່ລະບາດຢ່າງກວ້າງຂວາງ. ສະຖານທູດ ກໍ່ອັບເດັດຂໍ້ມູນ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງກະຊວງສາທາລະນະສຸກຫວຽດນາມ ກັບສູນສະກັດກັ້ນ ແລະຄວບຄຸມໂລກພະຍາດ ແລະກະຊວງສາທາລະນະສຸກອາເມລິກາ. ຝ່າຍອາເມລິກາ ຕີລາຄາວ່າ ບັນດາມາດຕະການຮອບດ້ານ, ຂ້ຽວຂາດຂອງລັດຖະບານ ຫວຽດນາມ ໄດ້ເສີມຂະຫຍາຍຄຸນປະໂຫຍດຢ່າງຕັ້ງໜ້າ.

ຫວຽດນາມ ໄດ້ພ້ອມກັບປະເທດສະມາຊິກອາຊຽນອື່ນໆແລກປ່ຽນກັບຝ່າຍອາເມລິກາ ກ່ຽວກັບມາດຕະການເພື່ອແນໃສ່ຍູ້ແຮງການຮ່ວມມືອາຊຽນ-ອາເມລິກາ ທາງດ້ານການແພດ ແລະການປ້ອງກັນ, ຕ້ານພະຍາດ Covid-19. ຢູ່ນະຄອນຫຼວງ ວໍຊີງຕັນ, ສະພາຄວາມໝັ້ນຄົງແຫ່ງຊາດ ແລະກະຊວງການຕ່າງປະເທດອາເມລິກາ ກໍ່ໄດ້ຈັດຕັ້ງການແລກປ່ຽນກ່ຽວກັບສະພາບພະຍາດ Covid-19 ຢູູ່ປະເທດປະຈໍາຖິ່ນ ແລະມາດຕະການສົມທົບກັບບັນດາອົງການຕາງໜ້າຢູ່ຕ່າງປະເທດ ເພື່ອປ້ອງກັນ ແລະຕ້ານພະຍາດ.

ໂດຍ: ທູຈາງ