ໃນການໂອ້ລົມທາງໂທລະສັບ, ການນໍາກະຊວງການຕ່າງປະເທດບັນດາປະເທດໄດ້ອັບເດດສະພາບການເຊື້ອພະຍາດ ກໍ່ຄືບັນດາມາດຕະການຮອບດ້ານ, ແຂງແຮງໄດ້ ແລະກໍາລັງຜັນຂະຫຍາຍຢູ່ແຕ່ລະປະເທດ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ. ພາບ: daidoanket.vn.

ເມື່ອແລກປ່ຽນກັບການນໍາກະຊວງການຕ່າງປະເທດບັນດາປະເທດຕ່າງໆເຫຼົ່ານັ້ນ, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຖືການປ້ອງກັນ, ຕ້ານ ແລະຄວບຄຸມເຊື້ອພະຍາດເປັນບູລິມະສິດສູງສຸດໃນປະຈຸບັນ; ພ້ອມທັງແບ່ງປັນບາງມາດຕະການທີ່ຫວຽດນາມ ໄດ້ ແລະກໍາລັງຜັນຂະຫຍາຍ. ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ ຫວຽດນາມ ພວມສົມທົບກັບບັນດາປະເທດອາຊຽນ ຊຸກຍູ້ບັນດາມາດຕະການຢ່າງແໜ້ນແຟ້ນເພື່ອແນໃສ່ເພີ່ມທະວີການກຽມພ້ອມ ແລະເປັນເຈົ້າການຮັບມືຂອງອາຊຽນ ໃນການຕໍ່ສູ້ຕ້ານເຊື້ອພະຍາດ; ສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ການຮ່ວມມືຢ່າງແໜ້ນແຟ້ນຂອງປະຊາຄົມສາກົນ, ເຊື້ອພະຍາດຈະໄດ້ຮັບການຍູ້ຖອຍຢ່າງໄວວາ. ທ່ານ ບຸ່ຍແທັງເຊີນ ກໍ່ສະເໜີໃຫ້ຮັກສາການເຄື່ອນໄຫວຂົນສົ່ງທາງອາກາດຢູ່ໃນລະດັບຕໍ່າສຸດເພື່ອທັງຕອບສະໜອງຄວາມຕ້ອງການໄປມາຢ່າງຊອບທຳທັງຮັບປະກັນບັນດາມາດຕະການທີ່ປອດໄພໃນການປ້ອງກັນ, ຕ້ານເຊື້ອພະຍາດ; ສະເໜີໃຫ້ບັນດາປະເທດສ້າງເງື່ອນໄຂໃຫ້ເຊິ່ງກັນ ແລະກັນໃນວຽກງານປົກປ້ອງພົນລະເມືອງ.

ສິ້ນສຸດການໂອ້ລົມທາງໂທລະສັບ, ການນໍາກະຊວງການຕ່າງປະເທດບັນດາປະເທດໄດ້ຢັ້ງຢືນວ່າ ຈະສືບຕໍ່ສຸມໃສ່ທຸກແຫຼ່ງກໍາລັງ; ວາງອອກບັນດາມາດຕະການທີ່ເໝາະສົມ, ພ້ອມທັງຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະຊຸກຍູ້ການຊ່ວຍເຫຼືອສາກົນໃນການປ້ອງກັນ, ຕ້ານເຊື້ອພະຍາດໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ