ຫວຽດນາມ ແລະເຊເນການ ໄດ້ລົງນາມໃນບັນດາຂໍ້ຕົກລົງຮ່ວມມື, ຄື: ສັນຍາແມ່ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ວິທະຍາສາດ ແລະເຕັກນິກ; ສັນຍາຮ່ວມມືສາມຝ່າຍລະຫວ່າງຫວຽດນາມ-ອົງການອາຫານໂລກ ແລະການກະເສດ (FAO)-ເຊເນການ; ຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງການການຄ້າ ແລະອຸດສາຫະກໍາສອງປະເທດ… ນອກຈາກນັ້ນ, ສອງຝ່າຍຍັງແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະພັດທະນາດ້ານການຄ້າສອງຝ່າຍ.

ໃນຂອບເຂດການໄປປະຕິບັດງານຢູ່ເຊເນການ ຂອງທ່ານ ຫວູຮົ່ງນາມ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກໍາມະການແຫ່ງຊາດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນຖານະເປັນທູດພິເສດຂອງປະທານປະເທດ ໃນເດືອນເມສາ ປີ 2017, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານເສດຖະກິດໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດ, ລົງນາມສັນຍາສ້າງຕັ້ງຄະນະກຳມະການປະສົມຫວຽດນາມ-ເຊເນການ ໂດຍໄວ, ພິຈາລະນາກ້າວເຖິງເຊັນບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການຮ່ວມມືໃນຂົງເຂດການຄ້າ ແລະອຸດສາຫະກໍາ… ນອກຈາກນັ້ນ, ສອງຝ່າຍຍັງເຫັນດີເປັນເອກະພາບມານະພະຍາຍາມຫັນສິນຄ້າແລກປ່ຽນໃນໄລຍະຈະມາເຖິງເປັນຫຼາຍຮູບຫຼາຍແບບເພື່ອຟື້ນຟູວົງເງິນການຄ້າສອງຝ່າຍ.

leftcenterrightdel
ທ່ານ ຫງວຽນແທ່ງວິງ ເອກອັກຄະລັດຖະທູດຫວຽດນາມ ພົບປະທ່ານ Macky Sall ປະທານາທິບໍດີແຫ່ງ ສ. ເຊເນການ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວ່າງແລ້ວນີ້, ໃນລະຫວ່າງວັນທີ 8-14 ມີນາຜ່ານມາ, ທ່ານ ຫງວຽນແທ່ງວິງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອານເຊລີ ທັງປະຈໍາເຊເນການ ໄດ້ນໍາໜ້າຄະນະປະຕິບັດງານໄປຢ້ຽມຢາມເຊເນການ ເພື່ອຍື່ນສານຕາຕັ້ງຕໍ່ທ່ານ Macky Sall ປະທານາທິບໍດີແຫ່ງ ສ.ເຊເນການ ແລະມີການພົບປະເຮັດວຽກກັບບັນດາກະຊວງ, ຂະແໜງການຂອງເຊເນການ ເພື່ອແນໃສ່ຊຸກຍູ້ການພັດທະນາສາຍພົວພັນຮ່ວມມືສອງຝ່າຍກວ່າອີກ.

ທ່ານ Macky Sall ຢັ້ງຢືນວ່າ ເຊເນການ ແລະຫວຽດນາມ ແມ່ນສອງປະເທດເພື່ອນມິດມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ພ້ອມທັງຫວັງວ່າ ຈະຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດກວ່າອີກ, ພິເສດແມ່ນກ່ຽວກັບການຄ້າ, ການລົງທຶນ, ກະສິກໍາ, ອຸດສາຫະກໍາ…

ສ່ວນທ່ານ ຫງວຽນແທ່ງວິງ ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບເຊເນການ, ພິເສດແມ່ນໃນບັນດາຂົງເຂດ ເຊິ່ງງສອງຝ່າຍມີທ່າແຮງ ຄື: ກະສິກໍາ, ເສດຖະກິດທະເລ ແລະການຄ້າ. ທ່ານ ຫງວຽນແທ່ງວິງ  ກໍ່ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ