ໃນການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການພົວພັນສອງຝ່າຍຫວຽດນາມ-ສ.ເກົາຫຼີ. ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງມີງ ໄດ້ແລກປ່ຽນກ່ຽວກັບເລື່ອງລັດຖະບານຫວຽດນາມ ຕົກລົງຢຸດຕິການປະຕິບັດການຍົກເວັ້ນວີຊາຝ່າຍດຽວຕໍ່ພົນລະເມືອງ ສ.ເກົາຫຼີ ເລີ່ມແຕ່ເວລາ 0 ໂມງວັນທີ 29 ກຸມພາ ເຊິ່ງໄດ້ແຈ້ງການໃຫ້ຝ່າຍ ສ.ເກົາຫຼີ ກ່ອນໜ້ານັ້ນ, ເພື່ອແນໃສ່ເພີ່ມທະວີຄວາມສາມາດຄວບຄຸມການແຜ່ລາມຂອງເຊື້ອພະຍາດ. ຕາມນັ້ນແລ້ວ, ພົນລະເມືອງ ສ.ເກົາຫຼີ ທີ່ມີໜັງສືຜ່ານແດນທົ່ວໄປຍັງສາມາດເດີນທາງເຂົ້າປະເທດຫວຽດນາມ ໄດ້ພາຍຫຼັງທີ່ມີວີຊາທີ່ເໝາະສົມ. ທ່ານ ຟ້າມບິ່ງມີງ ສະເໜີໃຫ້ຝ່າຍ ສ.ເກົາຫຼີ ສົມທົບກັບຫວຽດນາມ ໃນວຽກງານປ້ອງກັນ, ຕ້ານເຊື້ອພະຍາດເວົ້າລວມ ແລະໜູນຊ່ວຍພົນລະເມືອງ, ວິສາຫະກິດທີ່ທໍາມາຫາກິນ, ດໍາລົງຊີວິດຢູ່ແຕ່ລະປະເທດເວົ້າສະເພາະຢ່າງແໜ້ນແຟ້ນ; ປາດຖະໜາວ່າການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງຝ່າຍຍັງໄດ້ຮັບການຮັກສາເປັນປົກກະຕິ.

leftcenterrightdel
ທ່ານ ຟ້າມບິ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ສ່ວນທ່ານນາງ Kang Kyung Wha ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາຄວາມມານະພະຍາຍາມຂອງລັດຖະບານ ສ.ເກົາຫຼີ ເພື່ອແນໃສ່ຮັບມືກັບເຊື້ອພະຍາດ Covid-19; ທ່ານນາງຢັ້ງຢືນວ່າ ລັດຖະບານ ສ.ເກົາຫຼີ ຈະສືບຕໍ່ມານະພະຍາຍາມ ເພື່ອຂີດແບ່ງເຂດເກີດເຊື້ອ ພະຍາດ ແລະເນັ້ນໜັກວ່າ ຈະໜູນຊ່ວຍດ້ານການແພດໂດຍບໍ່ເສຍຄ່າຕາມມາດຕະຖານຂອງ WHO ໃຫ້ພົນລະເມືອງຫວຽດນາມ ທີ່ອາໄສຢູ່ ສ.ເກົາຫຼີ.

ໂດຍ: ກວຽດເຕິມ