ທີ່ການເຮັດວຽກ, ສອງຝ່າຍສະແດງຄວາມກຽມພ້ອມໃນການຊຸກຍູ້ການຮ່ວມມືລະຫວ່າງອົງການກວດສອບບັນຊີແບນຊິກ ແລະອົງການກວດສອບແຫ່ງລັດຫວຽດນາມ ໃນຂົງເຂດ: ແບ່ງປັນບົດຮຽນ, ຄວາມຮູ້, ບັນດາວິທີການກວດສອບ ເຊິ່ງສອງຝ່າຍຕ່າງມີຄວາມສົນໃຈ ຄື ກວດສອບການເຄື່ອນໄຫວ, ກວດສອບເຕັກໂນໂລຢີຂໍ້ມູນຂ່າວສານ.

leftcenterrightdel
ທ່ານ Philippe Roland ປະທານອົງການກວດສອບບັນຊີແບນຊິກ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ໂຮ່ດຶກເຝິກ ປະທານອົງການກວດສອບແຫ່ງລັດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໂຮ່ດຶກເຝິກ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການເຄືື່ອນໄຫວແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ຄະນະນັກວິຊາການກ່ຽວກັບບັນດາຫົວຂໍ້ ເຊິ່ງ ສອງຝ່າຍມີທ່າແຮງ ແລະມີຄວາມສົນໃຈກວ່າອີກ; ເຊື້ອເຊີນຜູ້ຕາງໜ້າຂອງແຕ່ລະຝ່າຍເຂົ້າຮ່ວມບັນດາກອງປະຊຸມ, ກອງປະຊຸມສໍາມະນາ ແລະການເຄື່ອນໄຫວບໍາລຸງສ້າງທີ່ມີລັກສະນະສາກົນ ໂດຍແຕ່ລະຝ່າຍຈັດຕັ້ງ ຫຼື ໃນຂອບເຂດການເຄື່ອນໄຫວຂອງ INTOSAI, EUROSAI.

ທ່ານ ໂຮ່ດຶກເຝິກ ປາດຖະໜາວ່າອົງການກວດສອບບັນຊີແບນຊິກ ດ້ວຍບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງອົງການ INTOSAI ແລະ EUROSAI ຈະສະເໜີໜູນຊ່ວຍໃຫ້ອົງການກວດສອບແຫ່ງລັດຫວຽດນາມ ກ່ຽວກັບບັນດາຂົງເຂດກວດສອບລັດຖະບານ ເຊິ່ງອົງການກວດສອບບັນຊີ ແບນຊິກ ມີທ່າແຮງ.

ໂດຍ: ກວຽດເຕິມ