ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ເນັ້ນໜັກວ່າ ດ້ວຍຖານະເປັນເອກອັກຄະລັດຖະທູດຜູ້ທຳອິດຂອງ ສ.ອາແຊກໄບຢານ ປະຈຳ ຫວຽດນາມ, ທ່ານ Anar Lachin Oglu Imanov ໄດ້ມີບັນດາການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ແລະຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງປະຊາຊົນສອງປະເທດ. ການພົວພັນຮ່ວມມືນີ້ນັບມື້ນັບໄດ້ຮັບການພັດທະນາຢ່າງແຮງ, ລົງເລິກໃນຫຼາຍຂົງເຂດ, ຄື: ເສດຖະກິດ, ການຄ້າ, ນ້ຳມັນອາຍແກັສ, ການປ້ອງກັນຊາດ, ການສຶກສາ-ກໍ່ສ້າງ ແລະການພົວພັນລະຫວ່າງປະຊາຊົນ. ທ່ານນາງ ຫງວຽນເຟືອງງາ ຫວັງວ່າເຖິງວ່າໃນຖານະຕຳແໜ່ງໃດ, ທ່ານ Anar Imanov ກໍ່ຈະສືບຕໍ່ມີການປະກອບສ່ວນແນໃສ່ປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືລະຫວ່າງຫວຽດນາມ-ອາແຊກໄບຢານ.

leftcenterrightdel
ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນຊາດ” ໃຫ້ແກ່ທ່ານ Anar Lachin Oglu Imanov ເອກອັກຄະລັດຖະທູດອາແຊກໄບຢານ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Anar Lachin Oglu Imanov ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງຫວຽດນາມ-ອາແຊກໄບຢານ ເວົ້າລວມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະສະຖານທູດອາແຊກໄບຢານ ເວົ້າສະເພາະຈະສືບຕໍ່ປະສົບຜົນສຳເລັດ ແລະພັດທະນາໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ