ກ່ຽວກັບໜ້າທີປີ 2020, ທ່ານ ຫງວຽນຊວນຟຸກ ສະເໜີວ່າທາງແຂວງຄວນສຸມໃສ່ຜັນຂະຫຍາຍມະຕິເລກທີ 01, 02 ຂອງລັດຖະບານລົງສູ່ຮາກຖານ, ໃກ້ຊິດຕິດແທດກັບຕົວເລກຄາດໝາຍ, ແຜນການປີ 2020, ເຊິ່ງເປັນປີທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນໃນສະພາບການໂລກພະຍາດ Covid-19  ພວມລະບາດ. ທ່ານ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ບັນດາທ້ອງຖິ່ນ, ໃນນັ້ນມີແຂວງບາກລຽວ ພ້ອມກັນປະກອບສ່ວນເພື່ອປະຕິບັດສຳເລັດໜ້າທີ່ປີ 2020.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກັບການນຳຫຼັກແຫຼ່ງແຂວງບາກລຽວ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ສະເໜີວ່າ, ແຂວງບາກລຽວ ຕ້ອງເອົາໃຈໃສ່ວຽກງານຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກເປັນຢ່າງດີທັງດ້ານເນື້ອໃນ ແລະບຸກຄະລາກອນ. ພ້ອມກັນນັ້ນ, ສືບຕໍ່ປະຕິຮູບການບໍລິຫານ, ສ້າງທຸກເງື່ອນໄຂໃຫ້ປະຊາຊົນ, ວິສາຫະກິດພັດທະນາການຜະລິດ, ດຳເນີນທຸລະກິດ. ແຂວງບາກລຽວ ຕ້ອງສຸມໃສ່ເຂົ້າບາງຂົງເຂດປາຍແຫຼມ; ກວດກາຄືນບັນດາຕາແສງຍັງບໍ່ທັນບັນລຸມາດຕະຖານຊົນນະບົດໃໝ່ເພື່ອສຸມໃສ່ກໍ່ສ້າງ, ສູ້ຊົນໃຫ້ກາຍເປັນແຂວງຊົນນະບົດໃໝ່ໃນປີ 2020.

ທ່ານ ຫງວຽນຊວນຟຸກ ສະໜັບສະໜູນໃຫ້ແຂວງພັດທະນາບັນດາໂຄງການພະລັງງານແສງຕາເວັນ, ພະລັງງານລົມ. ພ້ອມກັນນັ້ນ, ທ່ານ ຫງວຽນຊວນຟຸກ ກໍ່ຖືວ່າ ແຂວງບາກລຽວ ຕ້ອງເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມເພື່ອກໍ່ສ້າງແຂວງບາກລຽວ ໃຫ້ເປັນສີຂຽວ, ສະອາດ; ສະໜັບສະໜູນບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງແຂວງບາກລຽວ.

ໂດຍ: ແສງເດືອນ