ທີ່ການພົບປະກັບທ່ານ ຮ່າກິມງອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະລັດອາເມລິກາ ໃນວັນທີ 25 ກຸມພາ, ທ່ານ Alex Feldman ປະທານສະພາດໍາເນີນທຸລະກິດ ອາເມລິກາ-ອາຊຽນ (USABC) ໃຫ້ຮູ້ວ່າຄະນະຜູ້ແທນວິສາຫະກິດສະຫະລັດອາເມລິກາ ດ້ວຍກວ່າ 40 ສະມາຊິກຈະຜັນຂະຫຍາຍໂຄງການສົ່ງເສີມການລົງທຶນຢູ່ຫວຽດນາມ ໃນລະຫວ່າງວັນທີ 03-06 ມີນາ. ຜ່ານການຢ້ຽມຢາມ, USABC ໄດ້ຢັ້ງຢືນວ່າຈະສືບຕໍ່ເຊື່ອໝັ້ນຕໍ່ກາລະໂອກາດຮ່ວມມື, ລົງທຶນຢູ່ຫວຽດນາມ ແລະມີບັນດາການປະກອບສ່ວນຢ່າງແທດຈິງເຂົ້າໃນການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອາເມລິກາ (1995-2020) ແລະປີເປັນປະທານອາຊຽນ 2020 ຂອງຫວຽດນາມ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຮ່າກິມງອກ ຕ້ອນຮັບທ່ານ Alex Feldman ປະທານສະພາດໍາເນີນທຸລະກິດ ອາເມລິກາ-ອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ວັນທີ 20 ກຸມພາ, ສະຖານທູດຫວຽດນາມ ປະຈຳ ສະຫະລັດອາເມລິກາ ໄດ້ສົມທົບກັບຄະນະຜູ້ແທນກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ມີບັນດາການເຮັດວຽກກັບບັນດາການນຳກະຊວງກະສິກຳ ແລະຫ້ອງການຕາງໜ້າການຄ້າຂອງສະຫະລັດອາເມລິກາ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າກະສິກຳລະຫວ່າງສອງປະເທດ. ຄຽງຂ້າງກັບການຊອກຫາໂອກາດເຊັນບັນດາຂໍ້ຕົກລົງຊື້ຜະລິດຕະພັນກະເສດຂອງອາເມລິກາ ຕື່ມອີກຄືຊີ້ນໝູ, ໝາກຖົ່ວເຫຼືອງ, ສາລີ… ຄະນະຜູ້ແທນຫວຽດນາມ ສະໜີໃຫ້ຝ່າຍສະຫະລັດອາເມລິກາ ສ້າງເງື່ອນໄຂກວ່າອີກໃຫ້ປະເພດສິນຄ້າກະສິກຳຂອງຫວຽດນາມ ໄດ້ເຂົ້າໄປຍັງທ້ອງຕະຫຼາດອາເມລິກາ ຄືໝາກສົ້ມໂອ, ໝາກມ່ວງ, ໝາກລິ້ນຈີ່ ແລະຮັບຮອງເອົາຮາກຖານການສ່ອງລັງສີຢູ່ພາກເໜືອໂດຍໄວ.

ໃນບັນດາການພົບປະ, ບັນດາວິສາຫະກິດສະຫະລັດອາເມລິກາ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ, ເຊື່ອໝັ້ນວ່າຫວຽດນາມ ຈະສືບຕໍ່ຮັບມືກັບບັນດາສິ່ງທ້າທາຍ, ໃນນັ້ນມີໂລກພະຍາດ Covid-19 ຢ່າງມີປະສິດທິຜົນ.

ໂດຍ: ກວຽດເຕິມ