ທ່ານ ດວ່ານຄັ໊ກຫວຽດ ໃຫ້ຮູ້ວ່າ ເພື່ອປ້ອງກັນ ແລະຕ້ານໂລກພະຍາດ Covid-19 ແຜ່ລະບາດຢ່າງກວ້າງຂວາງ ແລະສົ່ງຜົນສະທ້ອນເຖິງສຸຂະພາບຂອງປະຊາຊົນຫວຽດນາມ, ໃນໄລຍະຜ່ານມາລັດຖະບານຫວຽດນາມ ພ້ອມກັບຝ່າຍຈີນ ໄດ້ ແລະພວມສົມທົບກັນຢ່າງແໜ້ນແໜ້ນໃນການຄຸ້ມຄອງບັນດາການເຄື່ອນໄຫວແລກປ່ຽນການຄ້າ, ຄົມມະນາຄົມຂົນສົ່ງລະຫວ່າງສອງປະເທດ.

leftcenterrightdel
ທ່ານ ດວ່ານຄັ໊ກຫວຽດ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ທີ່ກອງປະຊຸມຂ່າວໃນຕອນບ່າຍວັນທີ 20 ກຸມພາ. ພາບ: ເຟືອງລີງ.

ເມື່ອຕອບຄໍາຖາມຂອງນັກຂ່າວສະເໜີໃຫ້ຮູ້ກ່ຽວກັບການຕີລາຄາຂອງຫວຽດນາມ ຕໍ່ບັນດາມາດຕະການ ແລະປະສິດທິຜົນທີ່ຈີນ ບັນລຸໄດ້ໃນການປ້ອງກັນ ແລະຕ້ານໂລກພະຍາດ Covid-19. ທ່ານ ດວ່ານຄັ໊ກຫວຽດ ຊີ້ແຈ້ງວ່າ ຫວຽດນາມ ເອົາໃຈໃສ່ທີ່ສຸດ, ສະແດງຄວາມເຫັນອົກເຫັນໃຈ ແລະແບ່ງປັນຕໍ່ບັນດາຄວາມເສຍຫາຍທີ່ເກີດຈາກເຊື້ອພະຍາດ Covid-19 ຕໍ່ກັບຈີນ; ພ້ອມທັງຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ ແລະປະຊາຊົນຈີນ ໃນການສະກັດກັ້ນ, ປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ໃນໄລຍະຜ່ານມາ.   

ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບຈີນ ແລະບັນດາປະເທດ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ, ແບ່ງປັນບົດຮຽນໃນການປິ່ນປົວ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກ ແລະລັດຖະບານຈີນ, ພ້ອມກັບການຮ່ວມແຮງຮ່ວມໃຈ, ສົມທົບກັນ, ສະໜັບສະໜູນຂອງປະຊາຄົມສາກົນ, ປະຊາຊົນຈີນ ຈະຜ່ານຜ່າຄວາມຫຍຸ້ງຍາກນີ້ໂດຍໄວ, ສະພາບການເຊື້ອພະຍາດຢູ່ຈີນ ແລະບັນດາປະເທດຈະໄດ້ຄວບຄຸມໂດຍໄວ.

ໂດຍ: ເຈິ່ນຮວ່ຽນ