leftcenterrightdel
ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ. ພາບ: vov.vn.

ໂດຍຕາງໜ້າການນຳພັກ ແລະ ລັດຫວຽດນາມ, ຂ້າພະເຈົ້າຂໍສົ່ງຄຳອວຍພອນປີໃໝ່ທີ່ຈົບງາມທີ່ສຸດດ້ວຍອາລົມຈິດຄວາມຮັກແພງເຖິງພໍ່ແມ່ພີ່ນ້ອງຮ່ວມຊາດ, ສະຫາຍ ແລະ ນັກຮົບໃນທົ່ວປະເທດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຂ້າພະເຈົ້າຂໍສົ່ງຄຳອວຍພອນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງເຖິງເພື່ອນມິດ, ປະຊາຊົນຢູ່ທຸກໆປະເທດໃນໂລກ. ປີກຸນ 2019 ຫາກໍ່ຜ່ານພົ້ນໄປດ້ວຍບັນດາເຫດການທີ່ສຳຄັນ. ປະເທດຫວຽດນາມ ໄດ້ບັນລຸບັນດາຜົນງານທີ່ຍິ່ງໃຫຍ່ ແລະ ສຳຄັນໃນເກືອບທຸກໆຂົງເຂດ, ອັນໄດ້ສ້າງຄວາມປະທັບໃຈອັນດີງາມ ແລະ ນຳບັນດາບົດຮຽນທີ່ປະເສີດເລີດລ້ຳມາສູ່ພວກເຮົາ. ຕາງໜ້າໃຫ້ການນຳພັກ, ລັດຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈພໍ່ແມ່ພີ່ນ້ອງ, ສະຫາຍ ແລະ ນັກຮົບໃນທົ່ວປະເທດກ່ຽວກັບບັນດາຜົນງານ ແລະ ການປະກອບສ່ວນອັນໃຫຍ່ຫຼວງດັ່ງກ່າວ. ກ້າວເຂົ້າສູ່ປີໃໝ່ປີຊວດ 2020 ເຊິ່ງແມ່ນປີທີ່ມີເຫດການສຳຄັນຍິ່ງຫຼາຍເຫດການຂອງພັກກອມມູນິດ ຫວຽດນາມ ແລະ ຊາດຫວຽດນາມ, ແມ່ນປີດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ດ້ວຍຄວາມຕັດສິນໃຈຢ່າງສູງ ແລະ ຄວາມເຊື່ອໝັ້ນໃໝ່, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ຫວຽດນາມ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີເປັນຈິດໜຶ່ງໃຈດຽວຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍນາໆປະການ, ພ້ອມກັນກະທຳຢ່າງຂ້ຽວຂາດ, ປະຕິບັດບັນດາເປົ້າໝາຍໜ້າທີ່ເຊິ່ງໄດ້ວາງອອກຢ່າງມີໄຊ, ສ້າງທ່ວງທ່າ ແລະ ກຳລັງໜູນຊຸກຍູ້ປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະຕໍ່ໄປ.

ຂໍອວຍພອນຊາວຫວຽດນາມ ແຕ່ລະຄອບຄົວ, ແຕ່ລະຄົນປີໃໝ່ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ. ຊົມເຊີຍລະດູບານໃໝ່, ໄຊຊະນະໃໝ່. ໂດຍຮຽນແຕ່ງກາບກອນຕາມລຸງໂຮ່, ຂ້າພະເຈົ້າມີຄຳກອນດັ່ງນີ້:

ປີຜ່ານມາໄດ້ຮັບໄຊຊະນະສະງ່າງາມ.

ປີນີ້ປະເທດຊາດຈະຮັບໄຊຊະນະຍິ່ງໃຫຍ່ກວ່າເກົ່າ.

ສັນຕິພາບ, ຄວາມອີ່ມໜຳສຳລານ, ຜາສຸກ

ໂດ່ງດັງຊື່ສຽງປະເທດຊາດຫວຽດນາມ.

ດ້ວຍຄວາມຮັກແພງ.

ແຫຼ່ງຄັດຈາກ: vovworld.vn