leftcenterrightdel
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດບັນດາກຳລັງປະກອບອາວຸດນະຄອນດ່ານັ້ງ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນອວຍພອນບຸນເຕັດບັນດາກຳລັງປະກອບອາວຸດນະຄອນດ່ານັ້ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍບັນດາກຳລັງປະກອບອາວຸດນະຄອນດ່ານັ້ງທີ່ໄດ້ປະຕິບັດໜ້າທີ່ປົກປັກຮັກສາ ສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມປະກອບສ່ວນສຳຄັນເຂົ້າໃນໝາກຜົນປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕັກເຕືອນວ່າປີໃໝ່ປີຊວດ 2020, ນະຄອນແມ່ນສະຖານທີ່ຈັດຕັ້ງບັນດາເຫດການທີ່ສຳຄັນຂອງປະເທດຊາດ, ເມື່ອຫວຽດນາມ ແບກຫາບບົດບາດເປັນປະທານອາຊຽນ. ບັນດາກຳລັງປະກອບອາວຸດນະຄອນດ່ານັ້ງ ຕ້ອງກາຍເປັນກຳລັງຫຼັກແຫຼ່ງປົກປັກຮັກສາຄວາມປອດໄພຂອງບັນດາກອງປະຊຸມຢ່າງສຳເລັດຜົນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :

“ປີ 2020 ປີຊວດ ມີຫຼາຍເຫດການສຳຄັນຂອງປະເທດຊາດ, ນະຄອນດ່ານັ້ງຕ້ອງເຮັດສຳເລັດແຜນການຂອງລັດໃນປີ 2020 ດ້ວຍຄວາມຕັດສິນໃຈສູງກວ່າ, ດີກວ່າ, ຮອບດ້ານກວ່າ. ບັນຫາທີ 2 ແມ່ນກ່ຽວຂ້ອງເຖິງພວກເຮົາ, ນັ້ນແມ່ນກອງປະຊຸມອາຊຽນຈະດຳເນີນຢູ່ດ່ານັ້ງ ຊຶ່ງອາດຈະມີຜູ້ແທນນັບພັນຄົນເຂົ້າຮ່ວມ. ເພາະສະນັ້ນ, ໜ້າທີ່ຂອງບັນດາສະຫາຍແມ່ນໃຫຍ່ຫຼວງທີ່ສຸດ.  ”

ແລະກໍ່ໃນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດຢູ່ຄະນະພັກເມືອງຫາຍເຈົາ ແລະ ຕາແສງຖ້ວນເຟືອກ ເມືອງຫາຍເຈົາ.

ແຫຼ່ງຄັດຈາກ: vovworld.vn