ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນຝູຈ້ອງ ໄດ້ຫວນຄືນບັນດາຜົນງານທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມປີ 2019 ຄື ເສດຖະກິດສືບຕໍ່ມີການເຕີບໂຕຢ່າງໄວ, ບັນລຸໄດ້ກວ່າ 7% ນອນຢູ່ໃນກຸ່ມບັນດາປະເທດມີລະດັບການເຕີບໂຕສູງທີ່ສຸດຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ພາບ: baochinhphu.vn.

ເນັ້ນໜັກເຖິງປີ 2020 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດ, ແມ່ນປີທີ່ມີຫຼາຍເຫດການດ້ານການເມືອງທີ່ຍິ່ງໃຫຍ່ສຳລັບປະເທດຊາດ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນທັງຊາດ, ທົ່ວກອງທັບເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ແຫຼ່ງກຳລັງ, ສືບຕໍ່ປັບປຸງ, ເພີ່ມທະວີພື້ນຖານເສດຖະກິດ ມະຫາພາກ, ຄຸ້ມຄອງໄພເງິນເຟິ້, ຍົກສູງກຳລັງພາຍໃນ ແລະລັກສະນະເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ. ທ່ານກ່າວວ່າ:

ເສັ້ນທາງຕໍ່ໜ້າແມ່ນເສັ້ນທາງທັງມີຫຼາຍຄວາມຫຍຸ້ງຍາກ, ສິ່ງທ້າທາຍທັງມີບັນດາໂອກາດ, ສິ່ງທ້າທາຍໃໝ່. ດ້ວຍມູນເຊື້ອຮັກຊາດທີ່ເຕັມລົ້ນ, ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ດຸໝັ່ນຂະຫຍັນພຽນປະດິດຄິດສ້າງ, ພວກເຮົາຍັງເຊື່ອໝັ້ນວ່າປີຊວດ - 2020 ປະເທດຊາດ ຈະບັນລຸໄດ້ຜົນງານທີ່ໃຫຍ່ຫຼວງຫຼາຍກວ່າອີກ.

ແຫຼ່ງຄັດຈາກ: vovworld.vn