ທີ່ການກວດກາ, ຕາງໜ້າການນຳພັກ, ລັດ, ທ່ານ ຫງວຽນຊວນຟຸກ ໄດ້ສົ່ງຄຳອວຍພອນປີໃໝ່ຈົ່ງມີຄວາມກ້າວໜ້າໃໝ່, ໄຊຊະນະໃໝ່ ເຖິງພະນັກງານ, ນັກຮົບທຸກຖ້ວນໜ້າຂອງກຳລັງຕຳຫຼວດປະຊາຊົນເວົ້າລວມ, ກຳລັງຕຳຫຼວດເຄື່ອນທີ່ເວົ້າສະເພາະ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຈັບມືຢ້ຽມຢາມຖາມຂ່າວບັນດານັກຮົບຕຳຫຼວດເຄື່ອນທີ່. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນຊວນຟຸກ  ຕີລາຄາສູງກຳລັງຕຳຫຼວດປະຊາຊົົນໄດ້ເປັນເສນາທິການໃຫ້ແກ່ພັກ, ລັດ ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍໃຫຍ່, ຢູ່ໃນລະດັບຍຸດທະສາດກ່ຽວກັບໜ້າທີ່ວຽກງານປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ. ໃນນັ້ນ, ກຳລັງຕຳຫຼວດເຄື່ອນທີ່ໄດ້ລະດົມກຳລັງສັງລວມ ທັງລະບົບການເມືອງປະຕິບັດສຳເລັດໜ້າທີ່ ເຊິ່ງພັກ, ລັດ, ປະຊາຊົນມອບໝາຍໃຫ້.  ໃນວິວັດການປະຕິບັດໜ້າທີ່, ພະນັກງານ, ນັກຮົບກອງບັນຊາການຕຳຫຼວດເຄື່ອນທີ່ ໄດ້ສູ້ຮົບຢ່າງພິລະອາດຫານເພື່ອປົກປັກຮັກສາຊີວິດ ແລະຊັບສິນຂອງປະຊາຊົນ. ມີຫຼາຍສະຫາຍໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອພາລະກິດປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ກວດກາພາຫະນະປະຕິບັດໜ້າທີ່ຂອງກຳລັງຕຳຫຼວດເຄື່ອນທີ່. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນຊວນຟຸກ ໃສ່ໃຈວ່າ, ໃນປີ 2020, ປະເທດມີຫຼາຍເຫດການສຳຄັນ, ຍ້ອນແນວນັ້ນ, ທ່ານ ຫງວຽນຊວນຟຸກ ຈຶ່ງສະເໜີໃຫ້ກຳລັງຕຳຫຼວດປະຊາຊົນເວົ້າລວມ, ກຳລັງຕຳຫຼວດເຄື່ອນທີ່ເວົ້າສະເພາະ ເຖິງວ່າຈະຕົກຢູ່ໃນສະພາບການໃດ ກໍ່ຕ້ອງຮັກສາຄວາມໝັ້ນຄົງແຫ່ງຊາດ ແລະຄວາມໝັ້ນຄົງດ້ານການເມືອງ-ສັງຄົມໃຫ້ໄດ້, ສ້າງສະພາບແວດລ້ອມສັນຕິພາບ ແລະເງື່ອນໄຂສະດວກເພື່ອສ້າງສາ ແລະພັດທະນາປະເທດຊາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ມອບຂອງຂວັນໃຫ້ກອງບັນຊາການຕຳຫຼວດເຄື່ອນທີ່. ພາບ: ສໍານັກຂ່າວສານຫວຽດນາມ

ໃນບັນຍາກາດປີໃໝ່, ທ່ານ ຫງວຽນຊວນຟຸກ ມີຄວາມເຊື່ອໝັ້ນ ແລະປາດຖະໜາວ່າພະນັກງານ, ນັກຮົບກຳລັງຕຳຫຼວດປະຊາຊົນເວົ້າລວມ, ພະນັກງານ, ນັກຮົບຕຳຫຼວດເຄື່ອນທີ່ເວົ້າສະເພາະ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ສະຫງ່າລາສີຂອງກົມກອງວິລະຊົນກຳລັງປະກອບອາວຸດປະຊາຊົນ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້, ປະກອບສ່ວນປົກປົກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງເຂັ້ມແຂງ.

ໂດຍ: ແສງເດືອນ