leftcenterrightdel
ທ່ານ ໂດ້ບ໊າຕິ ຮອງປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Seth Moulton ສະມາຊິກສະພາຕໍ່າສະຫະລັດອາເມລິກາ. ພາບ: quochoi.vn

ທ່ານ ໂດ້ບ໊າຕິ ຮອງປະທານສະພາແຫ່ງຊາດຫວຽດນາມ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບຄະນະຜູ້ແທນຄະນະກໍາມາທິການການທະຫານສະພາຕ່ຳສະຫະລັດອາເມລິກາ - ໜຶ່ງໃນບັນດາຄະນະທໍາອິດຂອງສະຫະລັດອາເມລິກາ ທີ່ມາຢ້ຽມຢາມຫວຽດນາມ ໃນປີ 2020. ທ່ານເຊື່ອໝັ້ນວ່າການຢ້ຽມຢາມຈະປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດຕາມທິດແທ້ຈິງ, ມີປະສິດທິຜົນໃນທັງສາມດ້ານສອງຝ່າຍ, ພາກພື້ນ, ທົ່ວໂລກ. ທ່ານ ໂດ້ບ໊າຕິ ໃຫ້ຮູ້ວ່າຫວຽດນາມ ຍາມໃດກໍ່ຖືສະຫະລັດອາເມລິກາ ເປັນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນນໍາໜ້າທາງດ້ານເສດຖະກິດ, ການຄ້າ. ສະຫະລັດອາເມລິກາ ກໍ່ມີຫຼາຍກິດຈະກໍາເຄື່ອນໄຫວທີ່ແທດຈິງ, ສະໜັບສະໜູນການອະນຸມັດຜ່ານງົບປະມານຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ແລະບັນດາບັນຫາຕ່າງໆ. ທ່ານ ໂດ້ບ໊າຕິ ສະເໜີໃຫ້ສະຫະລັດອາເມລິກາ ສືບຕໍ່ເອົາໃຈໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ, ໜູນຊ່ວຍ ແລະສະໜັບສະໜູນຫວຽດນາມ ຍົກສູງຄວາມສາມາດບົ່ມຊ້ອນ, ການເຄື່ອນໄຫວຢູ່ທະເລ…

ທ່ານ Seth Moulton ໃຫ້ຮູ້ວ່າ, ການມາຢ້ຽມຢາມຫວຽດນາມ ຂອງຄະນະຜູ້ແທນແມ່ນພື້ນຖານເພື່ອຍົກສູງສາຍພົວພັນຂອງສອງປະເທດໃນບັນດາຂົງເຂດໃຫ້ສູງກວ່າອີກ; ທ່ານໃຫ້ຄໍາໝັ້ນສັນຍາວ່າຈະໜູນຊ່ວຍຍົກສູງຄວາມສາມາດບົ່ມຊ້ອນໃຫ້ຕໍາຫຼວດທະເລ ແລະກໍາລັງທະຫານເຮືອຫວຽດນາມ.

ໂດຍ: ຈາງຫງວຽນ