ທີ່ກອງປະຊຸມ, ສອງຝ່າຍຕີລາຄາການພົວພັນມິດຕະພາບ ແລະຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ ມີບາດກ້າວພັດທະນາຢ່າງແຮງ ແລະແທດຈິງ. ສອງຝ່າຍເຫັນດີເປັນເອກະສັນນໍາກັນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນໃນໄລຍະຈະມາເຖິງ; ສົມທົບກັນເພື່ອກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 4 ຄະນະລັດຖະບານຮ່ວມ ຫວຽດນາມ-ໄທ ໂດຍນາຍົກລັດຖະມົນຕີສອງປະເທດເປັນປະທານຮ່ວມຢູ່ຫວຽດນາມໃນປີ 2020; ສືບຕໍ່ຍູ້ແຮງການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ...

leftcenterrightdel
ບັນຍາກາດທີ່ກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີຂັ້ນຮອງລັດຖະມົນຕີການຕ່າງປະເທດ ຄັ້ງທີ 7 ລະຫວ່າງຫວຽດນາມ ແລະໄທ. ພາບ: baoquocte.vn

ທ່ານ ຫງວຽນກວ໊ກຢູງ ເນັ້ນໜັກວ່າໃນສະພາບການປັດຈຸບັນ, ອາຊຽນ ຄວນເພີ່ມທະວີຄວາມສາມັກຄີ, ຍູ້ແຮງການປະຕິບັດປະຊາຄົມອາຊຽນ ໃຫ້ສໍາເລັດຜົນ, ຢັ້ງຢືນຖານະ ແລະບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ. ຄຽງຂ້າງນັ້ນ, ໂດຍແມ່ນສະມາຊິກຂອງບັນດາກົນໄກອະນຸພາກພື້ນແມ່ນໍ້າຂອງ, ຫວຽດນາມ ແລະໄທ ຄວນເພີ່ມທະວີການສົມທົບກັນ, ແລກປ່ຽນບົດຮຽນກັບປະເທດຕ່າງໆ ແລະບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງເພື່ອຊຸກຍູ້ການຮ່ວມມືຢ່າງແທດຈິງຢູ່ອະນຸພາກພື້ນ. ທ່ານ ຫງວຽນກວ໊ກຢູງ  ສະເໜີໃຫ້ຝ່າຍໄທ ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ໃນບັນດາບັນຫາຄວາມໝັ້ນຄົງລວມຂອງພາກພື້ນ, ໃນນັ້ນມີທະເລຕາເວັນອອກ,  ນໍາໃຊ້ ແລະຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າແມ່ນໍ້າຂອງ.

ສອງຝ່າຍເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງ  ຄັ້ງທີ 8 ໃນປີ 2021 ຢູ່ໄທ.

ໂດຍ: ທູຈາງ