ທີ່ການເຮັດວຽກ, ທ່ານ ຫງວຽນຊວນຟຸກ ຍ້ອງຍໍສັນລະເສີນໝາກຜົນການເຄື່ອນໄຫວຂອງໂຮງຮຽນໃນປີ 2019 ແລະຕະຫຼອດໄລຍະທາງເກືອບ 60 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ມອບຂອງຂວັນ, ອວຍພອນປີໃໝ່ຢູ່ໂຮງຮຽນນາຍທະຫານບົກເລກ 2. ພາບ: ຮວ່າງແທ່ັງ.

ບົນເນື້ອໃນຈິດໃຈນັ້ນ, ທ່ານ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ໂຮງຮຽນນາຍທະຫານບົກເລກ 2 ເປັນເຈົ້າການຄົ້ນຄວ້າ, ຮ່ຳຮຽນບັນດາບົດຮຽນຍອດຢ້ຽມຂອງຊາດ, ບັນດາບົດຮຽນອັນລ້ຳຄ່າຂອງເຈົ້າຊີວິດ ກວາງຈູງ-ຫງວຽນເຫວ້, ໝູນໃຊ້ເຂົ້າໃນການສິດສອນຕົວຈິງ, ປະຕິບັດງານ, ສົມກັບມູນເຊື້ອຂອງໂຮງຮຽນທີ່ເປັນກຽດໄດ້ມີຊື່ນັກວິລະຊົນຂອງຊາດ; ຍົກສູງຄຸນນະພາບການບຳລຸງສ້າງກ່ວາອີກ; ປະຕິບັດວຽກງານຂົນຂວາຍປະຊາຊົນ, ໃກ້ຊິດຕິດແທດກັບປະຊາຊົນ, ຮັບໃຊ້ປະຊາຊົນເປັນຢ່າງດີ; ສືບຕໍ່ປ່ຽນແປງວິທີການສິດສອນ, ຮ່ຳຮຽນຕາມທິດເສີມຂະຫຍາຍລັກສະນະຕັ້ງໜ້າ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງຂອງຜູ້ຮຽນ, ປະກອບຄວາມຮູ້ຢ່າງຮອບດ້ານ, ໂດຍສະເພາະແມ່ນຄຸນທາດການເມືອງ, ຄຸນສົມບັດ, ກຳລັງຄວາມສາມາດດ້ານວິຊາສະເພາະໃຫ້ແກ່ບັນດານາຍທະຫານໃນອະນາຄົດ. ໃນວິວັດການສຶກສາ-ກໍ່ສ້າງ, ໂຮງຮຽນຕ້ອງເອົາໃຈໃສ່ຖ່າຍທອດຄວາມຮູ້, ບົດຮຽນໃນການສູ້ຮົບ, ບັນຊາການ, ຄຸ້ມຄອງໃຫ້ນັກຮຽນ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຊົມຫໍມູນເຊື້ອໂຮງຮຽນນາຍທະຫານບົກເລກ 2. ພາບ: ຮວ່າງແທ່ັງ.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊວນຟຸກ ໄດ້ປູກຕົ້ນໄມ້ທີ່ລະນຶກ ແລະມອບຂອງຂວັນ, ອວຍພອນປີໃໝ່ໃຫ້ພະນັກງານ, ຄູອາຈານ, ນັກຮຽນໃນໂຮງຮຽນປີໃໝ່ຈົ່ງຍາດໄດ້ໄຊຊະນະໃໝ່ຫຼາຍຢ່າງ.

ໂດຍ: ສົມເພັດ