ເຂົ້າຮ່ວມພິທີຖະຫວາຍທູບທຽນມີ: ທ່ານ ຫງວຽນຊີງຮຸ່ງ, ອະດີດກຳມະການກົມການເມືອງ, ອະດີດປະທານສະພາແຫ່ງຊາດ; ທ່ານ ຟ້າມມີງຈິ໊ງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ; ທ່ານ ເຈືອງຮວ່າບິ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ...

leftcenterrightdel
ທ່ານ  ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ພິທີ, ທ່ານ  ຫງວຽນຊວນຟຸກ ພ້ອມກັບບັນດາການນໍາໄດ້ຖະຫວາຍທູບທຽນອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ. ຕໍ່ໜ້າດວງວິນຍານຂອງປະທານໂຮ່ຈີມິນ, ທ່ານ  ຫງວຽນຊວນຟຸກ ໄດ້ຕາງໜ້າພັກ, ທົ່ວປວງຊົນ ແລະທົ່ວກອງທັບສະແດງຄວາມເຄົາລົບນັບຖື, ໝັ້ນໝາຍສືບຕໍ່ສາມັກຄີເປັນຈິດໜຶ່ງໃຈດຽວ, ຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ; ສືບຕໍ່ເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມໃຝ່ຝັນຂອງຊາດ, ສ້າງປະເທດຫວຽດນາມ ໃຫ້ວັດທະນາຖາວອນ, ເຂັ້ມແຂງແຮງກ້າ...

ໂດຍ: ກວຽດເຕິມ