ຄະນະຜູ້ແທນຂັ້ນສູງສະພາແຫ່່ງຊາດຫວຽດນາມ ນໍາໂດຍທ່ານນາງ ຕ່ອງທິຝ໊ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມບັນດາເນື້ອໃນຂອງເວທີປາໄສຢ່າງຕັ້ງໜ້າ, ຄົບຖ້ວນ ແລະຮ່ວມສະໜັບສະໜູນມະຕິກ່ຽວກັບການຄ້າ ແລະເສດຖະກິດດີຈີຕອນ 2 ສະບັບ.

leftcenterrightdel
ທ່ານນາງ ຕ່ອງທິຝ໊ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Sue Lines ຮອງປະທານສະພາສູງອົດສະຕາລີ  ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາງ ຕ່ອງທິຝ໊ອງ ແລະຄະນະຜູ້ແທນທີ່ໄປເຂົ້າຮ່ວມ APPF-28 ຢູ່ Canberra, ປະກອບສ່ວນເຂົ້າໃນຜົນສໍາເລັດຂອງກອງປະຊຸມ. ທ່ານນາງ Sue Lines ກໍ່ສະແດງຄວາມໄມຕີຈິດ ແລະຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສະຕາລີ, ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາສູງອົດສະຕາລີ ກວ່າອີກ.

ກ່າວຄໍາເຫັນອັດກອງປະຊຸມ APPF 28, ທ່ານ Tony Smith ປະທານສະພາຕໍ່າປະເທດເຈົ້າພາບໄດ້ຢັ້ງຢືນວ່າພາຍຫຼັງເກືອບ 30 ປີແຫ່ງການເຄື່ອນໄຫວ, APPF ໄດ້ປະກອບສ່ວນສໍາຄັນເຂົ້າໃນວຽກງານເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືໃນພາກພື້ນ, ສະແດງໃຫ້ເຫັນບົດບາດຂອງເວທີປາໄສຢ່າງກົງໄປກົງມາ, ມີລັກສະນະສ້າງສັນ ແລະເຄົາລົບເຊິ່ງກັນ ແລະກັນເພື່ອແນໃສ່ຮັບປະກັນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະຄວາມກົມກຽວໃນພາກພື້ນ.

ພາຍຫຼັງການເຮັດວຽກມາເປັນເວລາ 3 ວັນ, ກອງປະຊຸມໄດ້ປຶກສາຫາລືບາງບັນຫາຢູ່ສາມວາລະປະຊຸມຄົບຄະນະກ່ຽວກັບດ້ານການເມືອງ ແລະຄວາມໝັ້ນຄົງ; ເສດຖະກິດ-ການຄ້າ; ການຮ່ວມມືໃນພາກພື້ນອາຊີ-ປາຊີຟິກ.

ໂດຍ: ເກື່ອງດັ້ງ