ທ່ານນາງ ຕ່ອງທິຟ໊ອງ ສະເໜີຊຸກຍູ້ການພົວພັນຄູ່ຮ່ວມມືລັດຖະສະພາໃນປີ 2020 ດ້ວຍເລື່ອງເພີ່ມທະວີສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈ ແລະເຄົາລົບເຊິ່ງກັນ ແລະກັນ, ເຊື່ອມຕໍ່ ແລະເປີດກວ້າງການພົວພັນຄູ່ຮ່ວມມືລັດຖະສະພາລະຫວ່າງ APPF ກັບ APEC, AIPA ແລະ IPU ແລະບັນດາອົງການຈັດຕັ້ງສາກົນ ແນໃສ່ສ້າງແຫຼ່ງກໍາລັງເຄື່ອນໄຫວຕື່ມອີກ, ພ້ອມທັງຊຸກຍູ້ການຮ່ວມມືແກ້ໄຂບັນດາບັນຫາບໍ່ລົງລອຍກັນ, ການຂັດແຍ້ງກັນບົນຈິດໃຈເຈລະຈາຢ່າງກົງໄປກົງມາ, ສ້າງສັນ, ໜູນຊ່ວຍເຊິ່ງກັນ ແລະກັນ ແລະເໝາະສົມກັບກົດໝາຍສາກົນ, ລະງັບໃຈ, ຫຼີກລ້ຽງບັນດາການກະທໍາລະເມີດກົດໝາຍສາກົນທີ່ສາມາດເຮັດໃຫ້ສະພາບການມີຄວາມເຄັ່ງຕຶງ ແລະສັບສົນຂຶ້ນຕື່ມ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ APPF-28. ພາບ: vov.vn.

ໃນວັນດຽວກັນ, ຢູ່ນອກກອງປະຊຸມ APPF-28, ທ່ານນາງ ຕ່ອງທິຟ໊ອງ ໄດ້ມີການພົບປະກັບທ່ານ Tony Smith ປະທານສະພາຕ່ຳອົດສະຕາລີ. ທ່ານນາງ ຕ່ອງທິຟ໊ອງ ຫວັງວ່າ ສອງປະເທດສືບຕໍ່ຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາບັນຫາພາກພື້ນ ແລະໂລກ, ພ້ອມກັນປະກອບສ່ວນເພື່ອສັນຕະພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ. ໃນການແລກປ່ຽນ, ທ່ານ Tony Smith ສະແດງໃຫ້ເຫັນການສະໜັບສະໜູນ ແລະຄວາມເຫັນດີເປັນເອກະພາບກັບທັດສະນະຂອງຫວຽດນາມ ໃນບາງບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ກວຽດເຕິມ