ທີ່ການຕ້ອນຮັບ, ທ່ານ Song Tao ອວຍພອນບັນດາຜົນງານ ເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ. ທ່ານ Song Tao ຢັ້ງຢືນວ່າ, ພັກ, ລັດຖະບານ ແລະປະຊາຊົນຈີນ ຍາມໃດກໍ່ຖືເປັນສຳຄັນການພົວພັນຖານບ້ານໃຫ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ; ພ້ອມແລ້ວທີ່ຈະພ້ອມກັບພັກ, ລັດ ແລະປະຊາຊົນຫວຽດນາມ ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອແນໃສ່ປະຕິບັດບັນດາຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະເອກະສານສະບັບຕ່າງໆທີ່ໄດ້ລົງນາມແລ້ວ, ນຳການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານ ຈີນ-ຫວຽດນາມ ພັດທະນາທັງລວງກວ້າງ ແລະລວງເລິກຢ່່າງບໍ່ຢຸດຢັ້ງ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງ ໃຫ້ປະຊາຊົນສອງປະເທດ.

leftcenterrightdel
ທ່ານ ເຈິ່ນກ໊ວກເວື້ອງ, ຜູ້ປະຈຳການຄະນະເລຂາທິການ  ຕ້ອນຮັບທ່ານ  Song Tao ຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເຈິ່ນກ໊ວກເວື້ອງ ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດເພີ່ມທະວີການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນທຸກຂົງເຂດໃນປີ 2020. ສຳລັບບັນດາບັນຫາບໍ່ລົງລອຍກັນ, ບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ, ພ້ອມກັນຊອກຫາບັນດາມາດຕະການ, ແກ້ໄຂຄວາມບໍ່ລົງລອຍກັນໂດນສັນຕິວິທີ, ເຄົາລົບກົດໝາຍສາກົນ.

ໂດຍ: ສົມເພັດ