ກອງປະຊຸມມີບາງເນື້ອໃນຕົ້ນຕໍ, ຄື: ອັບເດດວິວັດທະນາການຮ່ວມມືດ້ານປ້ອງກັນຊາດອາຊຽນ ແລະຕີລາຄາກ່ຽວກັບບັນດາຂໍ້ລິເລີ່ມໃໝ່ຂອງອາຊຽນ ແລະແຜນການເຄື່ອນໄຫວ 3 ປີຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ (ADMM), ສ້າງເອກະສານສະບັບຕ່າງໆໃຫ້ແກ່ກອງປະຊຸມ ADMM-14, ກອງປະຊຸມ ADMM+ ຄັ້ງທີ 7.

ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຄັດເລືອກເອົາຫົວຂໍ້ “ການຮ່ວມມືດ້ານປ້ອງກັນຊາດ ເພື່ອອາຊຽນສະໜິດຕິດພັນ ແລະເປັນເຈົ້າການຮັບມື” ໃຫ້ແກ່ບັນດາການເຄື່ອນໄຫວ, ກອງປະຊຸມການທະຫານ-ການປ້ອງກັນຊາດຂອງອາຊຽນໃນປີ 2020.

leftcenterrightdel
ຫົວໜ້າຄະນະຜູ້ແທນປະເທດຕ່າງໆ ແລະຜູ້ຕາງໜ້າຄະນະເລຂາທິການອາຊຽນ ທີ່ກອງປະຊຸມ. ພາບ: ຈ້ອງຫາຍ.

ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ, ທ່ານພົນຕີ ຫວູຈ໊ຽນຖັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ, ປະທານກອງປະຊຸມ ADSOM WG ໃຫ້ຮູ້ວ່າ: ຫວຽດນາມ ໄດ້ວາງອອກບັນດາເປົ້າໝາຍໃນປີນີ້ແມ່ນຊຸກຍູ້ຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຜ່ານການປຶກສາຫາລື,  ທາບທາມຄໍາເຫັນ, ແບ່ງປັນທັດສະນະ ແລະຮ່ວມມືຕົວຈິງໃນ ADMM. ຄຽງຂ້າງນັ້ນແມ່ນຂໍ້ລິເລີ່ມກ່ຽວກັບການຕັ້ງທຸງອາຊຽນ ຢູ່ຄຽງຂ້າງກັບທຸງຂອງປະເທດອາຊຽນທີ່ມີກົມກອງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

ກ່າວຄໍາເຫັນທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນປະເທດຕ່າງໆ ລ້ວນແຕ່ສະໜັບສະໜູນຫວຽດນາມ ຈັດຕັ້ງບັນດາກອງປະຊຸມການທະຫານ-ການປ້ອງກັນຊາດໃນປີເປັນປະທານອາຊຽນ 2020 ໃຫ້ສໍາເລັດ, ນໍາກົນໄກຮ່ວມມື ADMM ແລະ ADMM+ ຂຶ້ນສູ່ລະດັບສູງໃໝ່.

ໂດຍ: ທູຈາງ