ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ສະເໜີລັດຖະບານຍີ່ປຸ່ນ ຮ່ວມມືຊຸກຍູ້ເພີ່ມທະວີການຮ່ວມສໍາພັນລະຫວ່າງສອງພື້ນຖານເສດຖະກິດ, ສົ່ງເສີມວິສາຫະກິດຍີ່ປຸ່ນ ສືບຕໍ່ເປີດກວ້າງການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ; ສ້າງເງື່ອນໄຂສະດວກເພື່ອໃຫ້ຜະລິດຕະພັນກະເສດ, ສິນໃນນໍ້າຂອງຫວຽດນາມ ສໍາຜັດກັບຕະຫຼາດຍີ່ປຸ່ນ.

ທ່ານ ຫງວຽນຊວນຟຸກ ກໍ່ສະເໜີສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສສາກົນ, ສົມທົບກັນຊຸກຍູ້ບັນດາການຮ່ວມສໍາພັນດ້ານເສດຖະກິດສາກົນ. ທ່ານ ຫງວຽນຊວນຟຸກ ຕີລາຄາສູງຕໍ່ຫຼັກໝັ້ນຂອງຍີ່ປຸ່ນ ແລະປາດຖະໜາຢາກໃຫ້ຝ່າຍຍີ່ປຸ່ນ ສືບຕໍ່ໜູນຊ່ວຍຫຼັກໝັ້ນຂອງອາຊຽນ ແລະຫວຽດນາມ ກ່ຽວກັບການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ປະຕິບັດຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Motegi Toshimitsu ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Motegi Toshimitsu ຢັ້ງຢືນວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນເພື່ອການພັດທະນາຂອງຫວຽດນາມ, ພ້ອມແລ້ວທີ່ຈະສືບຕໍ່ໜູນຊ່ວຍຫວຽດນາມໃນການປະຕິຮູບດ້ານການບໍລິຫານ, ກໍ່ສ້າງລັດຖະບານເອເລັກໂຕນິກ... ຢ່າງຕັ້ງໜ້າ; ພ້ອມທັງໃຫ້ຮູ້ວ່າຈະສົ່ງເສີມບັນດາວິສາຫະກິດຍີ່ປຸ່ນ ເສີມຂະຫຍາຍບັນດາຜົນປະໂຫຍດໂດຍສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊິຟິກ ນໍາມາໃຫ້ໃນການຮ່ວມມືກັບຫວຽດນາມ.

ທ່ານ Motegi Toshimitsu ໃຫ້ຮູ້ວ່າ ຍີ່ປຸ່ນ ຕີລາຄາສູງບົດບາດ ແລະບັນດາການປະກອບສ່ວນທີ່ສໍາຄັນຂອງຫວຽດນາມ ຢູ່ສາກົນ ແລະພາກພື້ນ, ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ທີ່ບັນດາເວທີປາໄສຫຼາຍຝ່າຍ ແລະໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສະໜັບສະໜູນທັດສະນະຂອງຫວຽດນາມ ແລະບັນດາປະເທດອາຊຽນ ໃນບັນຫາທະເລຕາເວັນອອກ.

ໂດຍ: ທູຈາງ