ທີ່ການພົບປະເຈລະຈາ, ທ່ານ ບຸນທອງ ຈິດມະນີ ໄດ້ຊົມເຊີຍທ່ານ ເຈືອງຮວ່າບີ່ງ ມາຢ້ຽມຢາມ ແລະເຮັດວຽກຢູ່ລາວ ເປັນຄັ້ງທໍາອິດໃນຖານະຕຳແໜ່ງຮອງນາຍົກລັດຖະມົນຕີ, ທ່ານ ເນັ້ນໜັກວ່າ, ການຢ້ຽມຢາມຄັ້ງນີ້ມີຄວາມ ໝາຍສໍາຄັນ, ປະກອບສ່ວນເຮັດໃຫ້ສາຍພົວພັນແບບພິເສດຫວຽດນາມ-ລາວ ໃນທຸກຂົງເຂດເລິກເຊິ່ງກວ່າອີກ, ໂດຍສະເພາະແມ່ນດ້ານການເມືອງ-ການພົວພັນຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ-ການລົງທຶນ, ນິຕິກໍາ, ວຽກງານສາສະໜາ, ຊົນເຜົ່າ...

leftcenterrightdel
ທ່ານ ເຈືອງຮວ່າບີ່ງ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີລາວ. ພາບ: ເລເຊີນ.

ທ່ານ ເຈືອງຮວ່າບີ່ງ ໄດ້ຂອບໃຈທ່ານ ບຸນທອງ ຈິດມະນີ, ບັນດາສະຫາຍການນໍາ ແລະປະຊາຊົນລາວ ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ, ຖານສະຫາຍອ້າຍນ້ອງ; ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫຼວງ, ສໍາຄັນເຊິ່ງພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າລັດຖະບານລາວຈະສືບຕໍ່ຊີ້ນໍາ, ນໍາພາປະຊາຊົນລາວ ອ້າຍນ້ອງປະຕິບັດບັນດາແຜນການພັດທະນາເສດຖະກິດ-ສັງຄົມທີ່ໄດ້ວາງອອກຢ່າງມີໄຊ, ສ້າງສາປະເທດລາວ ໃຫ້ນັບມື້ນັບຈະເລີ່ນຮຸ່ງເຮືອງ, ມຸ່ງໄປເຖິງຈັດຕັ້ງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ ໃນປີ 2021 ສໍາເລັດຜົນ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ເລເຊີນ.

ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະມີປະສິດທິຜົນໃນທຸກຂົງເຂດຂອງສາຍພົວພັນສອງຝ່າຍ; ຢັ້ງຢືນວ່າຈະສືບຕໍ່ສະຫງວນບຸລິມະສິດສູງສຸດ ແລະມານະພະຍາຍາມໃນການປັບປຸງສາຍພົວພັນທີ່ເປັນມູນເຊື້ອອັນຍິ່ງໃຫຍ່ຫວຽດນາມ-ລາວ, ຖືນີ້ແມ່ນກົດເກນພັດທະນາທີ່ມີຄວາມໝາຍເປັນຕາຍ ແລະແມ່ນປັດໄຈຕັດສິນຮັບປະກັນຢ່າງມີໄຊຂອງພາລະກິດປະຕິວັດແຕ່ລະປະເທດ.

ຕອນບ່າຍວັນດຽວກັນ, ທ່ານ ເຈືອງຮວ່າບີ່ງ ໄດ້ໄປຢ້ຽມຢາມໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ,  ເຮັດວຽກກັບຄະນະຊີີ້ນໍາໂຄງການຫໍສະພາແຫ່ງຊາດ ເພື່ອແລກປ່ຽນບັນດາທິດທາງຜັນຂະຫຍາຍໂຄງການໃນໄລຍະຈະມາເຖິງ, ຮັບປະກັນຄວາມຄືບໜ້າເພື່ອມອບໃຫ້ຝ່າຍລາວ ໃນທ້າຍປີ 2020.

ໂດຍ: ໄຊນີດາ